ປີ 2024 ແອບັສສ້າງລາຍຮັບເພີ່ມຂຶ້ນ

0
53

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດແອບັສ(Airbus) ຜູ້ຜະລິດເຮືອບິນຂອງເອີຣົບ ໄດ້ເປີດເຜີຍບົດລາຍງານການເງິນປີ 2024 ຊຶ່ງລະບຸວ່າ: ລາຍຮັບທັງໝົດໃນປີ 2024 ບັນລຸໄດ້ 69,2 ຕື້ເອີໂຣ ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີ 2023.

อาจเป็นรูปภาพของ อากาศยาน และ ข้อความ

ບົດລາຍງານລະບຸວ່າ: ກໍາໄລສຸດທິໃນປີ 2024 ຢູ່ທີ່ 4,2 ຕື້ເອີໂຣ ເພີ່ມຂຶ້ນ 12% ເມື່ອທຽບປີຕໍ່ປີ. ໂດຍກົມການບິນການຄ້າຍັງສືບຕໍ່ສ້າງລາຍຮັບໄດ້ສ່ວນໃຫຍ່ ຢູ່ທີ່ 50,6 ຕື້ເອີໂຣ ເພີ່ມຂຶ້ນ 6% ເມື່ອທຽບປີຕໍ່ປີ ເນື່ອງຈາກປະລິມານການຈັດສົ່ງເຮືອນບິນເພີ່ມຂຶ້ນ.

ແອບັສ ຈັດສົ່ງເຮືອບິນການຄ້າທັງໝົດ 766 ລຳໃນປີ 2024 ແບ່ງເປັນລຸ້ນ A220 ມີ 75 ລຳ, A320 ມີ 602 ລຳ, A330 ມີ 32 ລຳ ແລະ A350 ມີ 57 ລຳ.

ສຳລັບປີ 2025 ນີ້ບໍລິສັດ ແອບັສ ມີເປົ້າໝາຍຈະສົ່ງມອບເຮືອບິນການຄ້າປະມານ 820 ລຳ.

LEAVE A REPLY

Please enter your comment!
Please enter your name here