ປີ 2024 ຈີນ ປະຢັດຕົ້ນທຶນການຈໍລະຈອນສິນຄ້າໃນທົ່ວປະເທດ ໄດ້ຫຼາຍກວ່າ 400 ຕື້ຢວນ

0
32

ຂ່າວ ຊີອາໄອ ລາຍງານວ່າ: ວັນທີ 27 ກຸມພານີ້, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດເຜີຍບົດລາຍງານການວິເຄາະຍອດລາຍຈ່າຍດ້ານການຈໍລະຈອນສິນຄ້າໃນທົ່ວປະເທດຈີນປີ 2024.

อาจเป็นรูปภาพของ โรงกลั่นน้ำมัน, คลอง Panama Canal และ ข้อความพูดว่า "M XINHUA NEWS"

ບົດລາຍງາຍສະບັບດັ່ງກ່າວ ລະບຸວ່າ: ໃນຊຸມປີທີ່ຜ່ານມາ, ອັດຕາສ່ວນຂອງຍອດລາຍຈ່າຍດ້ານການຈໍລະຈອນສິນຄ້າທົ່ວປະເທດຈີນ ໃນລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ມາຮອດປີ 2024 ໄດ້ຫຼຸດລົງຮອດລະດັບຕໍ່າສຸດ, ໂດຍໄດ້ປະຢັດຕົ້ນທຶນການຈໍລະຈອນສິນຄ້າຫຼາຍກວ່າ 400 ຕື້ຢວນ.

ປີ 2024, ອັດຕາສ່ວນຂອງຍອດລາຍຈ່າຍດ້ານການຈໍລະຈອນສິນຄ້າທົ່ວປະເທດກວມ GDP ຂອງຈີນຢູ່ໃນລະດັບ 14,1% ຫຼຸດລົງ 0,3% ເມື່ອທຽບໃສ່ປີ 2023, ໝາຍຄວາມວ່າ ຕົ້ນທຶນການຈໍລະຈອນສິນຄ້າໃນ GDP ແຕ່ລະ 100 ຢວນໃດ ຈາກ 14,4 ຢວນໃນປີ 2023 ໄດ້ຫຼຸດລົງມາຢູ່ທີ່ 14,1 ຢວນ ໃນປີ 2024. ເມື່ອຄິດໄລ່ໂດຍອີງຕາມ GDP ໃນປີ 2024 ຂອງຈີນແລ້ວ ແມ່ນສາມາດປະຢັດຕົ້ນທຶນການຈໍລະຈອນສິນຄ້າໄດ້ຫຼາຍກວ່າ 400 ຕື້ຢວນ.

LEAVE A REPLY

Please enter your comment!
Please enter your name here