ການບໍລິຫານສະຫະກອນສິນເຊື່ອ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນເປົ້າໝາຍທີ່ມີຄວາມສຳຄັນຕໍ່ການສ້າງຄວາມເຂັ້ມແຂງ ແລະ ການຄົງຕົວຢູ່ໄດ້ຂອງສະຫະກອນສິນເຊື່ອເອງ ບົນພື້ນຖານອົງປະກອບທີ່ສຳຄັນຄື: ບຸກຄະລາກອນ, ເງິນ, ວັດຖຸອຸປະກອນ ແລະ ການບໍລິຫານ.
ການບໍລິຫານໃຫ້ບັນລຸຕາມເປົ້່າໝາຍ ຈໍາເປັນຈະຕ້ອງນຳໃຊ້ວິທີການ ຫຼື ຮູບແບບຕ່າງໆ ເພື່ອໃຫ້ບຸກຄົນທີ່ມີສ່ວນກ່ຽວຂ້ອງກັບການບໍລິຫານສະຫະກອນສິນເຊື່ອ ສາມາດເຮັດວຽກຮ່ວມກັນໄດ້. ເຖິງຢ່າງໃດກໍຕາມ ຜົນສຳເລັດ ຫຼື ຄວາມຜິດພາດຕ່າງໆຂອງສະຫະກອນນັ້ນ ສາມາດເກີດຂຶ້ນໄດ້ຈາກຫຼາຍປັດໄຈ ເຊິ່ງປັດໄຈທີ່ສຳຄັນແມ່ນ ຄວາມສາມາດໃນການບໍລິຫານທີ່ດີ, ສະນັ້ນ ການບໍລິຫານທີ່ດີ (Good Governance) ຈຶ່ງເປັນພື້ນຖານເຮັດໃຫ້ສະຫະກອນສິນເຊື່ອ ດໍາເນີນການບໍລິຫານໄດ້ດີ ມີປະສິດທິພາບ, ສາມາດສ້າງຄວາມເຂັ້ມແຂງຍືນຍົງໄດ້ຕາມລະບຽບ, ຫຼັກການ ແລະ ວິທີການຂອງສະຫະກອນສິນເຊື່ອ.
ການບໍລິຫານທີ່ດີ (Good Governance) ຖ້າເອົາມາໝູນໃຊ້ກັບທຸລະກິດໃດ ຈະກໍ່ໃຫ້ເກີດມີຄວາມເຂັ້ມແຂງ, ໝັ້ນຄົງ ເປັນລະບົບ ແລະ ຈະເລີນກ້າວໜ້າໃນທຸລະກິດນັ້ນ. ສາມາດສ້າງຄວາມເຊື່ອໝັ້ນຈາກສະມາຊິກ, ຜູ້ມີສ່ວນຮ່ວມ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສະແດງອອກໃນ 06 ດ້ານທີ່ສຳຄັນ. ການບໍລິຫານທີ່ດີຂອງສະຫະກອນສິນເຊື່ອ ຈຶ່ງເປັນການເບິ່ງແຍງຜູ້ໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ຕ່າງໆໃນສະຫະກອນ ມີການຈັດລະບົບລະບຽບ ຂອດຂັ້ນ ຂະບວນການບໍລິຫານ ເພື່ອເຮັດໃຫ້ການໃຊ້ຊັບພະຍາກອນພາຍໃນສະຫະກອນ ມີປະສິດທິພາບ ເກີດປະສິດທິຜົນ ມີຄຸນຄ່າ ແລະ ປະຢັດ ພ້ອມທັງເກີດປະໂຫຍດສູງສຸດ ກັບຜູ້ທີ່ມີສ່ວນຮ່ວມຢ່າງເປັນທຳ ເພື່ອໃຫ້ສະຫະກອນ ສາມາດດຳເນີນງານ ປະສົບຜົນສຳເລັດຕາມເປົ້າໝາຍ, ເກີດຄວາມເຊື່ອໝັ້ນ ແລະ ຖືກຍອມຮັບຈາກທຸກພາກສ່ວນທີ່ກ່ຽວຂ້ອງ.
ຫົວໃຈສຳຄັນຂອງການບໍລິຫານທີ່ດີໃນສະຫະກອນສິນເຊື່ອ ຫຼື ການບໍລິຫານທີ່ດີ (Good Governance) ແມ່ນ: “ຄວາມເທົ່າທຽມກັນ ແລະ ເປັນທຳ ໂດຍລວມໄປເຖິງການມີສ່ວນຮ່ວມໃນການດຳເນີນງານ”. ສະນັ້ນ ການສົ່ງເສີມການບໍລິຫານທີ່ດີໃນສະຫະກອນສິນເຊື່ອ ຈຶ່ງເປັນສິ່ງຈຳເປັນ ເພື່ອໃຫ້ສະຫະກອນສາມາດດຳເນີນການຈັດຂະບວນການບໍລິຫານ ເພື່ອໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດກັບສະມາຊິກຢ່າງເປັນທຳ ດັ່ງນີ້:
- ຫຼັກການດ້ານນິຕິທຳ (The Rule of Raw): ແມ່ນລົງເລິກເຖິງ ສະຫະກອນສິນເຊື່ອ ໄດ້ມີການກຳນົດກົດລະບຽບໃຫ້ໄປຕາມຂໍ້ຕົກລົງ, ດຳລັດ ແລະ ກົດໝາຍວ່າດ້ວຍສະຫະກອນ ທີ່ລັດຖະບານວາງອອກໃນແຕ່ລະໄລຍະ ໂດຍເອົາໃຈໃສ່ໃນດ້ານສິດ, ຫຼັກການປະຊາທິປະໄຕ ແລະ ເປັນທຳ ກັບທຸກຝ່າຍໃນສະຫະກອນ ເພື່ອໃຊ້ເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ເປັນທີ່ຍອມຮັບຂອງສັງຄົມ ເຊັ່ນ: ການກຳນົດລະບຽບທີ່ຄົບຖ້ວນ, ສົມບູນ, ທັນສະໄໝ ທັນສະພາບຕໍ່ກັບການບໍລິຫານສະຫະກອນນັ້ນໆ.
- ຫຼັກການດ້ານຄຸນນະທຳ (Morality): ໝາຍເຖິງການຢຶດຖືຄວາມຖືກຕ້ອງດີງາມ ເຊິ່ງທຸກຝ່າຍໃນສະຫະກອນ ປະຕິບັດວຽກງານດ້ວຍຄວາມຈິງໃຈສຸດຄວາມສາມາດ ເຫັນປະໂຫຍດສ່ວນລວມເປັນຕົ້ນ ຕໍ, ມີການກຳນົດຈັນຍາບັນໃນສະຫະກອນ ແລະ ປະຕິບັດຢ່າງເຂັ້ມງວດ ແລະ ສົ່ງເສີມ ຍ້ອງຍໍຜູ້ທີ່ມີແນວຄິດ, ຜົນງານການເຄື່ອນໄຫວທີ່ດີເດັ່ນ ເຊັ່ນ: ພະນັກງານຂອງສະຫະກອນສິນເຊື່ອ ຕັ້ງໃຈປະຕິບັດວຽກງານທີ່ຮັບຜິດຊອບ ແລະ ຖືກມອບໝາຍຕາມລະບຽບຫຼັກການ ດ້ວຍຄວາມສັດຊື່ບໍລິສຸດ ແລະ ຄະນະສະພາບໍລິຫານ ເອົາໃຈໃສ່ເປັນແບບຢ່າງທີ່ດີ ໂດຍບໍ່ນຳໃຊ້ຕຳແໜ່ງໜ້າທີ່ ຄວາມຮັບຜິດຊອບ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ເປັນຕົ້ນ.
- ຫຼັກການຄວາມໂປ່ງໃສ (Transparency): ໝາຍເຖິງການມີຄວາມເຊື່ອໝັ້ນ ເຊິ່ງກັນແລະ ກັນ ໂດຍພັດທະນາວິທີການບໍລິຫານສະຫະກອນທີ່ໂປ່ງໃສ ສາມາດກວດສອບໄດ້, ກຳນົດຂັ້ນຕອນການໃຫ້ບໍລິການທີ່ຈະແຈ້ງ, ຕັດຮອນຂອດຂັ້ນການບໍລິການທີ່ສັບຊ້ອນຫຍຸ້ງຍາກ, ເຂັ້ມງວດ ມີການເປີດເຜີຍຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ແລະ ຜູ້ມີສ່ວນກ່ຽວຂ້ອງສາມາດກວດສອບໄດ້ ເຊັ່ນ: ການບໍລິຫານການເງິນ, ບັນຊີ, ຄັງເງິນສົດ ແລະ ລາຍງານຜົນການດຳເນີນງານຕໍ່ກອງປະຊຸມໃຫຍ່ໃຫ້ກັບສະມາຊິກ ຮັບຮູ້ຜົນການດຳເນີນງານຂອງສະຫະກອນ ເປັນຕົ້ນ.
- ຫຼັກການມີສ່ວນຮ່ວມ (Participation): ໝາຍເຖິງ ສະຫະກອນສິນເຊື່ອ ເປີດໂອກາດໃຫ້ກັບທຸກຝ່າຍ ເຊັ່ນ: ຄະນະສະພາ, ຄະນະຜູ້ອຳນວຍການ, ບັນດາໜ່ວຍງານ ແລະ ສະມາຊິກ ໄດ້ມີສ່ວນຮ່ວມໃນການຮັບຮູ້ ສະເໜີຄວາມຄິດເຫັນໃນການຕັດສິນໃຈ ເພື່ອສ້າງສັນ, ສົ່ງເສີມ ແລະ ສ້າງ ຄວາມຜາສຸກອຸດົມສົມບູນໃຫ້ກັບວຽກງານລວມຂອງສະຫະກອນ ລວມທັງມີສ່ວນຮັບຜິດຊອບຕໍ່ຜົນການດຳເນີນງານຕ່າງໆ ທີ່ເກີດຂຶ້ນຂອງສະຫະກອນອີກດ້ວຍ ເຊັ່ນ: ການກຳນົດວິທີການຮັບຄວາມຄິດເຫັນຈາກພະນັກງານສະຫະກອນ ແລະ ສະມາຊິກ.
- ຫຼັກການຄວາມຮັບຜິດຊອບ (Responsibility and Accountability): ໝາຍເຖິງທຸກຝ່າຍໃນສະຫະກອນ ຈະຕ້ອງເອົາໃຈໃສ່ໃນສິດ, ໜ້າທີ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ຜົນທີ່ເກີດຈາກການກະທຳຂອງຕົນ ລວມທັງບໍ່ເມີນເສີຍຕໍ່ບັນຫາສາທາລະນະ ແລະ ການອູ້ມຊູຊ່ວຍເຫລືອຕໍ່ສັງຄົມ ເຊັ່ນ: ຄະນະສະພາ ແລະ ຄະນະຜູ້ອຳນວຍການ ຕ້ອງຮັບຜິດຊອບຕໍ່ຜົນເສຍຫາຍຕ່າງໆທີ່ເກີດຂຶ້ນ ເມື່ອມີການພິສູດໄດ້ວ່າ ຜົນເສຍຫາຍເກີດຈາກການບໍລິຫານທີ່ຜິດພາດ, ປະໝາດ ຫຼື ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ບໍ່ປະຕິບັດຕາມກົດລະບຽບພາຍໃນຂອງສະຫະກອນ ເປັນຕົ້ນ.
- ຫຼັກການຄວາມຄຸ້ມຄ່າ (Cost Effectiveness or Economy): ໝາຍເຖິງ ສະຫະກອນມີການບໍລິຫານຈັດການ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ມີລະບົບການຄວບຄຸມພາຍໃນທີ່ດີ ມີແຜນງານທີ່ສົ່ງເສີມ ສະໜັບສະໜູນການປະຢັດຕົ້ນທຶນ-ລາຍຈ່າຍຕ່າງໆ ເຊັ່ນ: ການຈັດຊື້ອຸປະກອນເຄື່ອງມື ຄວນພິຈາລະນາໃນດ້ານຄຸນປະໂຫຍດຂອງການນຳໃຊ້ທີ່ສົມເຫດສົມຜົນ ບໍ່ຄວນຟຸມເຟືອຍ (ບໍ່ຄວນເຫັນແກ່ຜົນປະໂຫຍດສ່ວນຕົວຫຼາຍກວ່າສ່ວນລວມ) ຫຼື ສ້າງແຜນລາຍຈ່າຍເກີນຕົວ ແບບບໍ່ຄຸ້ມຄ່າກັບການໃຊ້ຈ່າຍໄປ.
ສະນັ້ນ ການຮ່ວມມືທີ່ມີເປັນເອກະພາບ ແລະ ມີການບໍລິຫານທີ່ດີ ຈະເປັນຮາກເຫງົ້າວິທີການສຳຄັນຂອງການບໍລິຫານທີ່ມີປະສິດທິພາບ ແລະ ຍືນຍົງ, ຖ້າທຸກພາກສ່ວນເອົາໃຈໃສ່ ຮູ້ວ່າໃນປັດຈຸບັນນີ້ ສະຫະກອນສິນເຊື່ອຂອງພວກເຮົາເອງແມ່ນໃຜ?, ມີການປະສານງານ ເຮັດວຽກຮ່ວມກັນດ້ວຍຄວາມໜັກແໜ້ນ, ເສຍສະຫຼະ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ ຈະສາມາດສ້າງພາບພົດ ມີຜົນດີຕໍ່ສະຫະກອນສິນເຊື່ອ, ທ້ອງຖິ່ນ ແລະ ສັງຄົມ ແລະ ການເອົາແນວຄິດວິທີການເຫຼົ່ານີ້ໝູນໃຊ້ເຂົ້າໃນຕົວຈິງ ຈະຊ່ວຍໃຫ້ການດຳເນີນງານຂອງສະຫະກອນສິນເຊື່ອ ມີປະສິດທິພາບ ແລະ ເປັນເອກະພາບ, ປະຊາທິປະໄຕ ແລະ ຍືນຍົງຕໍ່ໄປໃນໄລຍະຍາວ.
ອ້າງອີງ: ຮສ ລັດດາ ພິສານບຸດ ແລະ ຄະນະ, Cooperative Organization and Management: Cooperative Business Management, 2015