ຈັດກິດຈະກຳໃຫ້ຄວາມຮູ້ດ້ານຄວາມປອດໄພໃຫ້ຜູ້ໂດຍສານຢູ່ສະຖານີ ນະຄອນຫຼວງວຽງຈັນ.

0
77

ວັນທີ 27 ກຸມພານີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບຄວາມປອດໄພຂອງທາງລົດໄຟ ຢູ່ສະຖານີນະຄອນຫຼວງວຽງຈັນ, ຈຸດປະສົງແມ່ນເພື່ອເປັນການປຸກລະດົມໃຫ້ພໍ່ແມ່ປະຊາຊົນ ມີນໍ້າໃຈມັກຮັກຖະນຸຖະໜອມເສັ້ນທາງລົດໄຟ ແລະ ເພີ່ມທະວີຍົກສູງຄວາມຮູ້ກ່ຽວກັບຄວາມປອດໄພຂອງທາງລົດໄຟໃຫ້ຜູ້ໂດຍສານ ໂດຍສະເພາະແມ່ນບັນຫາການຈູດໄຟຕາມແລວທາງລົດໄຟໃນຊ່ວງນີ້ ທີ່ເປັນອັນຕະລາຍທີ່ສຸດຕໍ່ການແລ່ນລົດໄຟ ຫຼື ຮ້າຍແຮງໄປກວ່ານັ້ນຈະເປັນອັນຕະລາຍຕໍ່ຊີວິດຂອງຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ເທິງລົດໄຟ.

May be an image of 5 people and text
ພິເສດກິດຈະກໍາໃນຄັ້ງນີ້ ແມ່ນໄດ້ເຊີນນ້ອງໆນັກຮຽນຈາກໂຮງຮຽນປະຖົມສົມບູນບ້ານໜອງປິງມາຮັບໜ້າທີ່ເປັນ“ທູດເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພຂອງທາງລົດໄຟ” ໂດຍມີການຫຼິ້ນເກມຖາມ-ຕອບຄວາມຮູ້ກ່ຽວກັບຄວາມປອດໄພຂອງທາງລົດໄຟກັບຜູ້ໂດຍສານຢ່າງມ່ວນຊື່ນ, ພ້ອມມອບຖົງຜ້າ ແລະ ເຄື່ອງຂອງທີ່ລະນຶກໃຫ້ຜູ້ໂດຍສານທີ່ເຂົ້າຮ່ວມກິດຈະກຳ.

May be an image of 9 people and text
ຕະຫຼອດໄລຍະຜ່ານມາ, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເຮັດວຽກໂຄສະນາເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພທາງລົດໄຟໃຫ້ແກ່ພໍ່ແມ່ປະຊາຊົນລາວມາໂດຍຕະຫຼອດ, ບໍ່ວ່າຈະເປັນການລົງໄປບັນຍາຍໃນແຕ່ລະບ້ານລຽບຕາມແລວທາງລົດໄຟ, ອອກຂ່າວຜ່ານວິທະຍຸໂທລະພາບ, ນໍາໃຊ້ສື່ສັງຄົມອອນລາຍໃນການໂຄສະນາເຜີຍແຜ່ຂໍ້ມູນ ແລະ ອື່ນໆ.

May be an image of 12 people and text
ໄລຍະປະຈຸບັນ ເປັນຊ່ວງເວລາທີ່ມີການຈູດປ່າ, ຈູດຂີ້ເຫຍື້ອ, ຈູດເຟືອງໃນທົ່ງໄຮ່ທົ່ງນາຫຼາຍ, ສະນັ້ນ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ມີສະຕິລະວັງຕົວ ແລະ ເປັນເຈົ້າການຮ່ວມກັນ, ຫາກພົບເຫັນເຫດການທີ່ເປັນອັນຕະລາຍຕໍ່ການແລ່ນລົດໄຟ ຫຼື ພົບເຫັນຜູ້ກໍາລັງຈະກະທຳຜິດຄືດັ່ງການຈູດຂີ້ເຫຍື້ອ, ກໍ່ກອງໄຟຢູ່ບໍລິເວນເຂດລົດໄຟກໍໃຫ້ຫ້າມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ.

May be an image of 8 people and text
ໃນຕໍ່ໜ້າ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະສືບຕໍ່ເພີ່ມທະວີວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ໂດຍການເພີ່ມທະວີການລາດຕະເວນຕາມແລວທາງລົດໄຟ, ນຳໃຊ້ໂດຣນ (Drone)ບິນກວດກາລາດຕະເວນຕາມພື້ນທີ່ປ່າ ຫຼື ເຂດພູສູງເພື່ອປ້ອງກັນໄຟປ່າ ແລະ ອື່ນໆ ເພື່ອເປັນສ້າງສະພາບແວດລ້ອມການແລ່ນລົດໄຟທີ່ປອດໄພທີ່ສຸດໃຫ້ຜູ້ໂດຍສານທີ່ມາໃຊ້ບໍລິການ.

LEAVE A REPLY

Please enter your comment!
Please enter your name here