ໃນວັນທີ 26 ກຸມພາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ໄດ້ຈັດພິທີປະກາດ ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ພະນັກງານນໍາ-ພາຄຸ້ມຄອງ ຫຼາຍຕໍາແໜ່ງ, ໂດຍການເປັນປະທານຂອງສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານເມືອງແນວຄິດ ພັກ-ພະນັກງານຂັ້ນແຂວງ, ມີບັນດາສະຫາຍການນໍາພັກ-ລັດ ຂອງແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ ຈໍານວນ 3 ທ່ານ, ບໍາເນັດ 1 ທ່ານ, ໃນນີ້ ຄະນະເລຂາທິການສູນກາງພັກ ຕົກລົງໃຫ້ ສະຫາຍ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ອັດຕະປື, ສະຫາຍ ເພັດມີໄຊ ຄໍາພັກດີ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ສາມັກຄີໄຊ ແລະ ສະຫາຍ ແກ້ວວົງວຽນ ບຸດສະວົງ ຮອງປະທານສະພາປະຊາຊົນແຂວງ ທັງ 3 ທ່ານອອກພັກການຮັບອຸດໜູນບໍານານ ແລະ ສະຫາຍ ວິຊຽນ ສີຊານົນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງ ອອກຮັບບຳເນັດ.
ຈາກນັ້ນ ກໍ່ໄດ້ຜ່ານຂໍຕົກລົງຂອງເຈົ້າແຂວງ ວ່າການອະນຸມັດແຕ່ງຕັ້ງພະນັກງານ, ໃນນີ້ ເຈົ້າແຂວງໄດ້ຕົກລົງແຕ່ງຕັ້ງ ທ່ານ ນາງ ບັນທະໄລ ແກ້ວມະນີວົງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີ່ໃໝ່ ເປັນປະທານແນວລາວສາ້ງຊາດແຂວງ, ທ່ານ ສຸລິຈັນ ໂຊກຄຳຈັນ ກຳມະການພັກແຂວງ, ເຈົ້າເມືອງພູວົງ ໄປຮັບໜ້າທີ່ໃໝ່ ເປັນປະທານສະຫະພັນກຳມະການແຂວງ, ທ່ານ ດາບແກ້ວ ໄຊຍະແສງ ຮອງຫົວໜ້າຫ້ອງວ່າການອົງການປົກຄອງແຂວງ ໄປເປັນເຈົ້າເມືອງພູວົງ, ທ່ານ ສຸວັນສີ ແກ້ວວີເສີດ ກຳມະການພັກແຂວງ ເຈົ້າເມືອງຊານໄຊ ໄປຮັບໜ້າທີ່ໃໝ່ ເປັນວ່າການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄປຮັບໜ້າທີ່ໃໝ່ ເປັນວ່າການເຈົ້າເມືອງຊານໄຊ.
ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ ໄປປະຈຳການຢູ່ພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ນາງ ໜູຈອນ ພິມມະແສນ ຮອງຫົວໜ້າແຜນການ ແລະ ການລົງທືນແຂວງ ເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົງແຂວງ, ທ່ານ ສຸດໃຈ ມາຍະວົງ ຮອງຄະນະຈັດຕັ້ງແຂວງ ໄປປະຈໍາການຢູ່ອົງການປົກຄອງ ເມືອງສາມັກຄີໄຊ, ສະຫາຍ ຄູນສະໄໝ ວຽງພະຈັນ ຫົວໜ້າການກະສິກຳ ແລະ ປ່າໄມ້ ເມືອງສະໜາມໄຊ ມາຮັບໜ້າທີ່ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ບົງຕົວແຕ່ງຕັ້ງ ສະຫາຍຄຳປະດິດ ສີຊານົນ ເປັນຫົວໜ້າອຳນວຍການ ລັດວິສາຫະກິດນ້ຳປະປາແຂວງ, ສະຫາຍ ດາວເພັດ ຫ້ອມສົມບັດ, ສະຫາຍ ຫຼ້າສໍ ສາຍທະວີ ແລະ ສະຫາຍ ວຽງຄອນ ສີໂພວົງ ເປັນຮອງລັດວິສາຫະກິດນໍ້າປະປາແຂວງອັດຕະປຶ,
ຂ່າວ: ອັດຕະປືອອນລາຍ