ກຽມພົບກັບງານວາງສະແດງ-ຂາຍຜະລິດຕະພັນ ເຟີນີເຈີໄມ້ລາວ ຄັ້ງທີ 9 ປະຈໍາປີ 2025

0
119

ທ່ານ ທອງດຳ ສີຫາມາຍາ ປະທານສະມາຄົມເຟີນິເຈີລາວ ເປີດເຜີຍວ່າ: ງານວາງສະແດງ ຜະລິດຕະພັນເພີນີເຈີລາວ ຄັ້ງທີ 9 ທີ່ຈະເລີ່ມວັນທີ 8-16 ມີນາ 2025 ໂດຍຈະມີບູດເຂົ້າຮ່ວມເຖິງ 150 ບູດ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

ເກີດຂຶ້ນໄດ້ ກໍຍ້ອນມີການຮ່ວມມື, ເປັນເຈົ້າການຂອງທຸກພາກສ່ວນ ເຊັ່ນ: ຄະນະບໍລິຫານງານ ແລະ ສະມາຊິກສະມາຄົມເພີນີເຈີລາວ, ເປັນຜູ້ໃຫ້ການສະໜັບສະໜູນຫຼັກ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ. ສະມາຄົມເພີນີເຈີລາວ, ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຕົ້າໂຮມເອົາບັນດາຜະລິດຕະພັນ ເພີນີເຈີ, ທີ່ເປັນຫົວຄິດປະດິດສ້າງຂອງຄົນລາວເຮົາ ເຂົ້າມາເຕົ້າໂຮມກັນ ເພື່ອໂຄສະນາ, ວາງຈຳໜ່າຍຕໍ່ຊາວລາວ ແລະ ຊາວຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມພ້ອມຂອງຜະລິດຕະພັນເພີນີເຈີລາວ ໃນການແຂ່ງຂັນດ້ານການຄ້າກັບພາກພື້ນ ແລະ ສາກົນ, ສົ່ງເສີມໃຫ້ຜູ້ປະກອບການໄດ້ມີໂອກາດແລກປ່ຽນ ບົດຮຽນປະສົບການ ເຊິ່ງກັນ ແລະ ກັນ ແລະ ນໍາເອົາບົດຮຽນ ດັ່ງກ່າວ ໄປປັບໃຊ້ເຂົ້າໃນຂະບວນການຜະລິດ, ການບໍລິການ ຂອງເຂົາເຈົ້າໃຫ້ເກີດດອກອອກຜົນ, ທັງເປັນການຊຸກຍູ້ໃຫ້ປະຊາຊົນລາວບັນດາເຜົ່າມີການຜະລິດສິນຄ້າ ໃຫ້ນັບມື້ນັບຫຼາຍຂື້ນໄປເລື້ອຍໆ ທາງດ້ານປະລິມານ ແລະ ຄຸນນະພາບ, ທັງເປັນ ການດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມາລົງທຶນໃນຂົງເຂດການຜະລິດເພີນີເຈີ, ສ້າງມູນລະຄ່າເພີມໃຫ້ແກ່ຜະລິດຕະພັນໄມ້ລາວ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ພ້ອມທັງຍັງເປັນການສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນລາວບັນດາເຜົ່າ ເພື່ອຫຼຸດຜ່ອນໄພຫວ່າງານ ເຊິ່ງສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ.

ທາງດ້ານປະເພດສີນຄ້າທີ່ນຳມາເຂົ້າມາວາງສະແດງ ແລະ ຂາຍພາຍໃນງານ:1. ຜະລິດຕະພັນເຄື່ອງເຟີນີເຈີ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸ ເສດເຫຼືອຕ່າງໆ ທີ່ເຮັດເປັນເຄື່ອງເຟີນີເຈີ; 2. ຜະລິດຕະພັນຫັດຖະກຳ ແລະ ເຄື່ອງແກະສະຫຼັກຕ່າງໆ; 3. ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງ ພາຍໃນເຮືອນ; 4. ອຸປະກອນປະກອບ ແລະ ຮັບໃຊ້, ເຄື່ອງມື ແລະ ເຄື່ອງຈັກຕ່າງໆ ທີ່ກ່ຽວກັບການ ຜະລິດເຄື່ອງເຟີນີເຈີໄມ້; 5. ເຄື່ອງຮັບໃຊ້ວຽກງານກໍ່ສ້າງເຮືອນ; 6. ອາຫານ ແລະ ຢາ.

ສໍາລັບ ຄ່າເຊົ່າຫ້ອງວາງສະແດງສີນຄ້າພາຍໃນງານ ປະກອບມີຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງທຳມະດາ) 3.000.000 ກີບ/ຫ້ອງ, ຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງມູມ)(3.200.000) ກີບ/ຫ້ອງ ແລະ ພິເສດຄ່າຫ້ອງວາງສະແດງແມ່ນ2.000.000 ກີບ/ຫ້ອງສຳລັບຫົວໜ່ວຍທຸລະກິດໂອດ໋ອບ (ຫ້ອງທຳມະດາ), ຄ່າຫ້ອງວາງສະແດງ ສໍາລັບຫົວໜ່ວຍທຸລະກິດ ໂອດ໋ອບ (ຫ້ອງມູມ) 2.200.000 ກີບ/ຫ້ອງ(ມີຈຳນວນຈຳກັດ 30 ຫ້ອງ)ເຊິ່ງລາຄາດັ່ງກ່າວແມ່ນລວມມີຄ່າ: ຫ້ອງວາງສະແດງສີນຄ້າ, ປັກສຽບ, ໂຕະ, ຕັ່ງ, ນໍ້າ, ໄຟຟ້າ, ອານາໄມ ແລະ ປ້ອງກັນຄວາມສະຫງົບ ລວມທັງວຽກງານຕ່າງໆທີ່ກ່ຽວຂ້ອງກັບການໂຄສະນາຂອງງານໃນຄັ້ງນີ້.

ສ່ວນກິດຈະກຳພາຍໃນງານ ມີການວາງສະແດງ ຊື້-ຂາຍ ສິນຄ້າ, ມີການຈົກສະຫຼາກຊີງລາງວັນ, ມີການສະແດງສີນລະປະວັນນະຄະດີ. ເຊິ່ງຈຳນວນຫ້ອງ (ບູດ) ແມ່ນ 150 ບູດ; ໃນນີ້ ພິເສດ ມີ 50 ບູດ ສໍາລັບ ຫົວໜ່ວຍທຸລະກິດໂອດ໋ອບ ທ່ານສາມາດຕິດຕໍ່ພົວພັນຈອງບູດວາງສະແດງ ຫ້ອງການ ສະມາຄົມເຟີນີເຈີລາວ 020  5546-4847 ແລະ 020-9289-9415.

LEAVE A REPLY

Please enter your comment!
Please enter your name here