ກຽມຈັດງານແລ່ນ Vari Vitual Run ເພື່ອສຸຂະພາບ ສະສົມໄລຍະທາງ ແລ່ນຢູ່ໄສກະໄດ້

0
65

ບໍລິສັດ ວາຣີ ກໍຄືໂຄງການ Vari Vitual Run ຮ່ວມກັບຫຼາຍພາກສ່ວນ ກຽມຈັດງານແລ່ນ Vari Vitual Run ເພື່ອສຸຂະພາບ ສະສົມໄລຍະທາງ ແລ່ນຢູ່ໄສກະໄດ້ ໃນເວລາທີ່ສະດວກ ກັບ 2 ໄລຍະທາງ 40 ກິໂລແມັດ ແລະ 90 ກິໂລແມັດ ພາຍໃນ 15 ວັນລະຫວ່າງວັນທີ 1-15 ມີນາ 2025.

ພິທີຖະແຫຼງຂ່າວເປີດຕົວງານ ງານແລ່ນ Vari Vitual Run ຈັດຂຶ້ນຢູ່ທີ່ຊັ້ນ 4 ອ້ອມອາຊີ ສາກົນ ເຂດເສດຖະກິດບືງທາດຫຼວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບູ້ສະໄໝ ບຸດທະວົງ ຜູ້ອໍານວຍການບໍລິສັດ ວາຣີ ພ້ອມທັງເປັນເຈົ້າຂອງໂຄງການ Vari Vitual Run, ທ່ານ ປອ. ດຣ ນາງ ມະໄລທອນ ພານະວັນ ຫົວໜ້າບໍລິຫານ ສູນວິໄຈອາຫານ ແລະ ຢາ ແລະ ທ່ານ ວິໄລສຸກ ພິມມະສອນ ປະທານຝ່າຍກົດໝາຍ LAKO-Industrial Sole Co.,Ltd ພ້ອມດ້ວຍຄະນະ, ຜູ້ສະໜັບສະໜູນ, ນັກແລ່ນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ບູ້ສະໄໝ ບຸດທະວົງ ຜູ້ອໍານວຍການບໍລິສັດ ວາຣີ ພ້ອມທັງເປັນເຈົ້າຂອງໂຄງການ Vari Vitual Run ກ່າວໃນພິທີວ່າ: ງານຄັ້ງນີ້ຈັດຂຶ້ນກໍໄປຕາມຄອນເຊັບຂອງ ວາຣີ ທີ່ເປັນນໍ້າດື່ມ ເພື່ອສຸຂະພາບ ແລະ ໃຫ້ຜູ້ຄົນເຂົ້າມາຮ່ວມແລ່ນ ເພື່ອເປັນການອອກກໍາລັງກາຍ ພ້ອມທັງຍັງເປັນສ່ວນໜຶ່ງໃນການລະດົມທຶນໄປບໍລິຈາກອີກດ້ວຍ ເພາະໂຄງການນີ້ພວກເຮົາຕັ້ງເປົ້າໃນເບື້ອງຕົ້ນຈະມີຜູ້ເຂົ້າຮ່ວມ 1.000 ຄົນຂຶ້ນໄປ ໃນໄລຍະທາງລວມ 50.000 ກິໂລແມັດ ແລະ ຈະມີຜູ້ບໍລິຈາກ 100 ລ້ານກີບຂຶ້ນໄປ ເຊິ່ງຈະມີບັນຫາຄົນດັງ, ນັກແລ່ນ ແລະ ອື່ນມາຊ່ວຍໃນການໂປຣໂໝດ ເພື່ອໃຫ້ຍອດບັນລຸເປົ້າໝາຍ.

ຂະນະດຽວກັນ ທ່ານ ນາງ ເຈນຈິລາ ບັນທະພານີ ຜູ້ຈັດການໂຄງການ Vari Vitual Run ກ່າວວ່າ: ງານຄັ້ງນີ້ເປີດໃຫ້ລົງທະບຽນໃນການແລ່ນເປັນ 2 ໄລຍະຄື 40 ກິໂລແມັດ ແລະ 90 ກິໂລແມັດ ໃຫ້ສະສົມໄລຍະທາງ ໂດຍຈະໃຊ້ລະບົບ ແລະ ມີແອັດມິນໃນການຕິດຕາມ ພາຍໃນໄລຍະເວລາ 15 ວັນລະຫວ່າງວັນທີ 1-15 ມີນາ 2025 ແລ່ນຢູ່ໄສກະໄດ້ໃນເວລາທີ່ສະດວກ ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບເສື້ອຢຶດງານກິດຈະກໍາ, ເມື່ອເຂົ້າຮ່ວມແລ່ນຄົບຕາມໄລຍະທາງທີ່ເລືອກ, ຜູ້ເຂົ້າຮ່ວມຈະໄດ້ຮັບຫຼຽນຣີໄຊເຄິລ ທີ່ຜະລິດຈາກຕຸກນໍ້າດື່ມທີ່ໃຊ້ແລ້ວກັບມາຣີໄຊເຄິລ. ນອນນັ້ນ ຍັງມີລາງວັນ ແລະ ສິ່ງຈູງໃຈອື່ນໆ ຈາກຜູ້ສະໜັບສະໜູນງານ ສໍາລັບຜູ້ເຂົ້າເສັ້ນໄຊນໍາອີກ.

ສໍາລັບ ງານຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍໆພາກສ່ວນເປັນຕົ້ນແມ່ນ LAKO-Industrial Sole Co.,Ltd, TAIFA GROUP, ST-Bank, Evo, KPC ແລະ ບັນດາ Active Partner ເຊິ່ງປັດຈຸບັນແມ່ນມີຜູ້ມາລົງທະບຽນ 200 ກວ່າຄົນແລ້ວ ເຊິ່ງທ່ານສາມາດໄປລົງທະບຽນຜ່ານເພຈ໌ Vari Drinking Water ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here