ປະກາດການຈັດຕັ້ງນາຍຕຳຫຼວດຫຼາຍຕຳແໜ່ງ ທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ

0
477

ໃນເຊົ້າວັນທີ 27 ກຸມພາ 2025 ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນ ນາຍ ແລະ ພົນຕຳຫຼວດ ຂຶ້ນກັບກົມໃຫຍ່ຕຳຫຼວດ, ໂດຍການເປັນກຽດເຂົ້າຮ່ວມຂອງ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະກົມໃຫຍ່, ກົມ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

May be an image of ‎8 people and ‎text that says '‎จดต 2 امه‎'‎‎
ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ວ່າດ້ວຍການ ຍົກຍ້າຍ, ແຕ່ງຕັ້ງ ນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ, ໃນນີ້ ໄດ້ຍົກຍ້າຍ ພັທ ຖາວອນ ແກ້ວພິລາ ຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄປຮັບໜ້າທີ່ໃໝ່ຢູ່ ກົມຕຳຫຼວດສິ່ງແວດລ້ອມ ແລະ ແຕ່ງຕັ້ງ ພັທ ສຸກສະຫັວນ ສີອຳຄາ ເປັນຮອງຫົວໜ້າຫ້ອງການເມືອງ, ພັທ ຖາວອນ ແກ້ວພິລາ ເປັນຮອງ ຫົວໜ້າກົມຕຳຫຼວດສີ່ງແວດລ້ອມ, ພັທ ຄຳມອບ ບຸນບົວເງິນ ເປັນຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ພັທ ສົມສະໝຸດ ສຸດທິວົງ, ພັທ ກອງສິນ ພົມວົງໄຊ ເປັນຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ, ພັທ ສັນຕິພາບ ດາລີ ເປັນຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ພັຕ ຈັນທະລາ ກົງທະວົງ, ພັຕ ຄຳນ້ອຍ ສີບຸນເຮືອງ ເປັນຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ພັທ ປອ ນະຄອນ ມະນີວັນດວງຄຳ ເປັນຮອງຫົວໜ້າກົມຕຳຫຼວດລົດໄຟ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ຕຳຫຼວດ ວ່າດ້ວຍການ ສັບຊ້ອນ ນາຍ ແລະ ພົນຕຳຫຼວດ ໃຫ້ບັນດາຫ້ອງ, ກົມທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ ຈຳນວນ 119 ສະຫາຍ ຕື່ມອີກ.

May be an image of 2 people and text
ພົຈວ ກອງສະຫວັດ ບຸນລ້ຽງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ກົມກອງ, ຕ້ອງໄດ້ກ້າຫານປັບປຸງ, ປ່ຽນແປງທັດສະນະຫຼັກໝັ້ນຂອງຕົນເອງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຫຼາຍຂຶ້ນ, ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ພັດທະນາຕົນເອງໃຫ້ດີຂຶ້ນເປັນກ້າວໆ. ຕ້ອງມີຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ ການນໍາພາຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ເວົ້າສະເພາະແມ່ນພາຍໃຕ້ການນໍາພາ-ຊີ້ນໍາ ຂອງການຈັດຕັ້ງແຕ່ລະຂັ້ນ.

May be an image of 1 person and text
ພາບ-ຂ່າວ:ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here