ລັດຖະບານຍີ່ປຸ່ນມອບທຶນກວ່າ 8 ລ້ານໂດລາຍົກສູງຄຸນນະພາບການສຶກສາພື້ນຖານຂອງລາວ

0
82

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການພັດທະນາສູນຄູແຂວງໃນ 9 ແຂວງຂອງລາວ ເພື່ອຍົກສູງຄຸນນະພາບການຝຶກອົບຮົມຄູ ແລະ ການສຶກສາພື້ນຖານທົ່ວປະເທດໃຫ້ເຂັ້ມແຂງດ້ວຍງົບປະມານຈໍານວນ 8.2 ລ້ານໂດລາສະຫະລັດ (1.27 ຕື້ເຢນ).

No photo description available.
ໂຄງການນີ້ມີຈຸດປະສົງສ້າງລະບົບຝຶກອົບຮົມຄູ ໂດຍການສ້າງສູນຝຶກອົບຮົມຄູໃນ 9 ແຂວງທີ່ຍັງບໍ່ມີວິທະຍາໄລຄູ ໄດ້ແກ່: ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ເຊກອງ ແລະ ອັດຕະປື. ສູນເຫຼົ່ານີ້ຈະເປັນເຈົ້າພາບຈັດຝຶກອົບຮົມໃຫ້ຄູ-ອາຈານ ເພື່ອພັດທະນາທັກສະ ແລະ ຄວາມຮູ້ທີ່ຈຳເປັນໃນການສອນ-ຮຽນໃຫ້ມີປະສິດທິພາບ.
ລັດຖະບານລາວ ແລະ ອົງການ JICA ໄດ້ເຊັນຂໍ້ຕົກລົງການຊ່ວຍເຫຼືອດ້ານທຶນ ຢູ່ນະຄອນຫຼວງວຽງຈັນໃນວັນອັງຄານ ຜ່ານມາ. ຂໍ້ຕົກລົງດັ່ງກ່າວລົງນາມໂດຍ ນາງ ສີສົມບູນ ອຸ່ນນະວົງ ຜູ້ອຳນວຍການໃຫຍ່ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ Kobayashi Miyako ຜູ້ປະຈຳການໃຫຍ່ JICA ປະຈຳລາວ.

May be an image of 9 peopleເພື່ອຍົກສູງຄຸນນະພາບການສຶກສາຄູ ແລະ ການຮຽນ-ສອນພື້ນຖານ, ລັດຖະບານລາວ ແລະ JICA ໄດ້ຮ່ວມມືໃນຫຼາຍໂຄງການ ເຊັ່ນ: ການສ້າງຄວາມເຂັ້ມແຂງດ້ານຄະນິດສາດຊັ້ນປະຖົມ ເພື່ອປັບປຸງທັກສະການສອນ ແລະ ໂອກາດການຮຽນຮູ້ຂອງນັກຮຽນທົ່ວປະເທດ. ນອກຈາກນີ້, ການປະສານງານລະຫວ່າງໂຄງການຕ່າງໆຈະຊ່ວຍໃຫ້ຄູໄດ້ໃຊ້ປຶ້ມແບບຮຽນຄະນິດສາດປະຖົມທີ່ປັບປຸງແລ້ວຈາກການຮ່ວມມືກັບ JICA ຢ່າງມີປະສິດທິຜົນ.

LEAVE A REPLY

Please enter your comment!
Please enter your name here