ໃນວັນທີ 21 ກຸມພາ 2025 ນີ້ໄດ້ມີພິທີ ມອບ-ຮັບໜ້າທີ່ ເຈົ້າເມືອງວຽງຄໍາ ແຂວງຫຼວງພະບາງ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການເຈົ້າເມືອງ ຜູ້ໃໝ່ ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກດາວັນ ພັນຈັກຂັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄໍາສິງ ສຸດທິດາ ຮອງເລຂາພັກເມືອງ ເປັນຮັກສາການເຈົ້າເມືອງວຽງຄໍາ, ໂອກາດດຽວກັນ, ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄໍາ ຜູ້ເກົ່າ ຜ່ານບົດບັນທຶກ ໂດຍຍົກໃຫ້ເຫັນຜົນງານ ໃນການຈັດຕັ້ງປະຕິບັດວຽກງານ ລວມທັງບັນດາຄາດໝາຍ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍຫຍໍ້. ຈາກນັ້ນ, ໄດ້ມີການເຊັນບົດບັກທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄຳ ຜູ້ເກົ່າ ແລະ ທ່ານ ຄໍາສິງ ສຸດທິດາ ຮັກສາການເຈົ້າເມືອງວຽງຄໍາ ຜູ້ໃໝ່.
ຕອນທ້າຍ ທ່ານຮອງເຈົ້າແຂວງ ໄດ້ເນັ້ນໜັກໃຫ້ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ຮ່ວມກັບຄະນະບໍລິຫານງານພັກເມືອງ ພ້ອມກັນຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ນໍາພາກໍ່ສ້າງພະນັກງານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ລົງກໍ່ສ້າງຮາກຖານ ແນ່ໃສ່ເຮັດໃຫ້ຄອບຄົວ, ບ້ານທຸກຍາກທີ່ຍັງເຫຼືອ ໃຫ້ໄດ້ຮັບການແກ້ໄຂ, ເປັນເຈົ້າການເຕົ້າຄວາມສາມັກຄີ, ເປັນແບບຢ່າງນໍາໜ້າໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ຂອງເມືອງ ໃຫ້ບັນລຸຕາມແຜນທີ່ວາງໄວ້.
(ຂ່າວ: ບຸນທັນ ໄຊຍະວົງ)