ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ ເຄພີ ຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຄົບຮອບ 30 ປີ ຂຶ້ນທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີແຂກຈາກທັງພາກລັດ, ພາກເອກະຊົນ, ບັນດາຮ້ານຄ້າ ແລະ ຄູ່ຮ່ວມທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ບໍລິສັດ ເຄພີ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນ ປີ 1995 ໂດຍໄດ້ສືບທອດເຈດຕະນາລົມຂອງ ທ່ານ ຄຳໃບ ພິລາພັນເດຊ, ຜູ້ເປັນພໍ່ ທີ່ໄດ້ເລີ່ມເຮັດທຸລະກິດ ນັບແຕ່ ປີ 1940, ບໍລິສັດ ໄດ້ດໍາເນີນທຸລະກິດ ພາຍໃຕ້ ການເປັນປະທານຂອງ ທ່ານ ວິຣະຈິດ ພິລາພັນເດຊ, ເຊິ່ງເລີ່ມຈາກ ທຸລະກິດຊື້ມາຂາຍໄປທີ່ເປັນທຸລະກິດຂະໜາດນ້ອຍ ຂອງ ຄອບຄົວ ພິລາພັນເດຊ ແນໃສ່ການນໍາເຂົ້າສິນຄ້າທີ່ມີຄຸນນະພາບຈາກ ຕ່າງປະເທດ ເພື່ອມາຈຳໜ່າຍ ແລະ ສະໜອງໃຫ້ ປະຊາຊົນລາວໄດ້ຊົມໃຊ້ ແຕ່ຊຸມປີ 1990 ເປັນຕົ້ນມາ. ມາເຖິງ ປີ 2004, ບໍລິສັດ ເຄພີ ໄດ້ເຕີບໃຫຍ່ຂະຫຍາຍຕົວ ເໝືອນດັ່ງຕົ້ນໄມ້ ທີ່ ກໍາລັງແຕກກິ່ງກ້ານໃບ ພາຍໃຕ້ ການເຂົ້າມາຮັບ ຕໍາແໜ່ງ ປະທານບໍລິສັດ ຕໍ່ຈາກຜູ້ເປັນອ້າຍຂອງ ທ່ານ ເຂັມຊາດ ພິລາພັນເດຊ, ປະທານ ຜູ້ທີ 2. ບໍລິສັດ ເຄພີ ຈຳກັດ ໄດ້ຂະຫຍາຍທຸລະກິດເພີ່ມຂຶ້ນ 20 ບໍລິສັດ ເຊິ່ງປະກອບດ້ວຍທຸລະກິດຫຼາກຫຼາຍຮູບແບບເຊັ່ນ: ທຸລະກິດຈຳໜ່າຍລົດຍົນ ແລະ ການບໍລິການຫຼັງການຂາຍ, ທຸລະກິດໂຮງງານຜະລິດ ແລະ ສົ່ງອອກ, ທຸລະກິດດ້ານກະສິກຳ, ທຸລະກິດການຂົນສົ່ງ ແລະ ການບໍລິການນຳເຂົ້າສິນຄ້າ, ທຸລະກິດການເປັນຕົວແທນຈຳໜ່າຍສິນຄ້າ ແລະ ການບໍລິການອື່ນໆ.

ໃນປີ 2024, ບໍລິສັດ ເຄພີ ຈຳກັດ ໄດ້ສົ່ງຕໍ່ຕໍາແໜ່ງຜູ້ບໍລິຫານລະດັບສູງ ກໍຄື ປະທານບໍລິສັດ ໃຫ້ແກ່ ທ່ານ ປະສາດໄຊ ພິລາພັນເດຊ ເພື່ອສືບຕໍ່ເຮັດໜ້າທີ່ໃນການນຳພາ ບໍລິສັດ ເຄພີ ຈຳກັດ ກ້າວໜ້າຕໍ່ໄປຢ່າງເຂັ້ມແຂງ ແລະ ຍືນຍົງ.

ທ່ານ ປະສາດໄຊ ໄດ້ກ່າວວ່າ “ໃນຍຸກປັດຈຸບັນນີ້ ໜ້າທີ່ ແລະ ພາລະບົດບາດອັນສຳຄັນ ສຳລັບການເຮັດທຸລະກິດ, ພວກເຮົາ ຕ້ອງໄດ້ເອົາໃຈໃສ່ພັດທະນາ 2 ດ້ານທີ່ສໍາຄັນໄປຄຽງຄູ່ກັນຄື: 1) ການປັບປຸງ ແລະ ພັດທະນາອົງກອນ ໃຫ້ທ່ວງທັນກັບຍຸກສະໄໝດິຈິຕອນ ເປັນຕົ້ນແມ່ນການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການດຳເນີນທຸລະກິດຂອງ ພວກເຮົາ ຢ່າງມີຄຸນະພາບ ແລະ ເກີດປະສິດທິຜົນສູງສຸດ ເພື່ອເຮັດໃຫ້ທຸລະກິດຂອງພວກເຮົາ ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບ ບັນດາຄູ່ແຂ່ງ ຫຼື ໃຫ້ທຽບເທົ່າກັບທຸລະກິດອື່ນໆໃນສັງຄົມປັດຈຸບັນ; 2) ຕ້ອງພັດທະນາບຸກຄະລາກອນໃຫ້ມີຄວາມສາມາດນຳໃຊ້ ປັນຍາປະດິດ (AI) ເປັນເຄື່ອງມືໃນການເຮັດວຽກ ແລະ ການຕັດສິນໃຈຂອງເຂົາເຈົ້າ, ເຊິ່ງ ຂ້າພະເຈົ້າ, ຄິດວ່າ ເປັນ 2 ພາລະກິດ ທີ່ໜັກໜ່ວງພໍສົມຄວນ ທີ່ຈະຕ້ອງໄດ້ຮັບການພັດທະນາ ເພື່ອສາມາດນຳພາທຸລະກິດຂອງ ບໍລິສັດ ເຄພີ ໃຫ້ກ້າວຫນ້າໄປຢ່າງຍືນຍົງ ແລະ ໝັ້ນຄົງໄດ້.”

ບໍລິສັດ ເຄພີ ຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆຕະຫຼອດໄລຍະເວລາ 30 ປີ ທີ່ຜ່ານມາ. ນອກຈາກນີ້, ບໍລິສັດ ເຄພີ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ດ້ານວັດຖຸ ແລະ ປັດໄຈ ແກ່ ຜູ້ປະສົບເຄາະຮ້າຍຈາກໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼາຍແຫ່ງ ແລະອື່ນໆ.

ໃນພິທີ ຍັງໄດ້ມອບທຶນສືບຕໍ່ກໍ່ສ້າງຫ້ອງຮຽນ ຂອງໂຮງຮຽນ ມສ ສົມສະຫວາດ ເມືອງປາກງືມ ນະຄອນຫຼວງວຽງຈັນ ມູນຄ່າ 1 ຕື້ກີບ ໂດຍການມອບຂອງທ່ານ ປະສາດໄຊ ພິລາພັນເດຊ ປະທານບໍລິສັດ ເຄພີ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ພ້ອມນັ້ນ ຍັງໄດ້ມອບໂຊກໃຫ້ພະນັກງານ ຄູ່ຮ່ວມທຸລະກິດ ທີ່ເຂົ້າຮ່ວມໃນງານຄັ້ງນີ້ ເຊີ່ງມີລົດຈັກ, ສະມາດໂຟນ ແລະ ລາງວັນອື່ນໆອີກຫຼາຍລາຍການ