2 ດ່ານສາກົນຢູ່ສະຫວັນນະເຂດ ຈະເລີ່ມຈັດເກັບລາຍຮັບຜ່ານລະບົບທັນສະໄໝ

0
72

ດ່ານສາກົນແດນສະຫວັນ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ 2 ກຳລັງເຂົ້າສູ່ຂະບວນການຈັດເກັບລາຍຮັບທີ່ທັນສະໄໝ້ ພາຍຫຼັງມີພິທີ ສັນຍາຮ່ວມກັນລະຫວ່າງພະແນກການເງິນແຂວງ ແລະ ທະນາຄານພັດທະນາລາວ ຈຳກັດ ສາຂາ ສະຫວັນນະເຂດ ເພື່ອຫັນເຂົ້າສູ່ຄວາມທັນສະໄໝ ແລະ ສ້າງຄວາມສະດວກສະບາຍ ໃນການຈັດເກັບລາຍຮັບທີ່ທັນສະໄໝ ຢູ່ດ່ານສາກົນດັ່ງກ່າວ.

 

ພິທີມີຂຶ້ນໃນວັນທີ 20 ກຸມພາ 2025 ທີ່ແຂວງສະຫວັນນະເຂດ ຕາງໜ້າເຊັນໂດຍທ່ານ ບຸນສີ ຂຸນນະລາດ ຮອງຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ, ທ່ານ ວຽງຊໍາ ບຸນທະວົງ ຫົວໜ້າທະນານາຄານພັດທະນາລາວ ສາຂາພາກສະຫວັນນະເຂດ, ທ່ານ ໄຊພອນ ພວງບຸດດີ ຫົວໜ້າຄຸ້ມຄອງ ດ່ານສາກົນແດນສະຫວັນ ແລະ ທ່ານ ນາງ ວິໄລສອນ ມະຫາວົງ ຮອງຫົວໜ້າຄຸ້ມຄອງດ່ານສາກົນນ ຂົວມິດຕະພາບລາວ-ໄທ 2, ມີທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງໆສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 10 people, dais and text
ການເຊັນສັນຍາຄັ້ງນີ້, ເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 3535/ກງ, ລົງວັນທີ 10 ພະຈິກ 2022 ວ່າດ້ວຍການຮັບຮອງເອົາທະນາຄານ ພັດທະນາລາວຈຳກັດ ຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຜ່ານລະບົບ ອີຊີພາສ (Easy Pass) ຢູ່ດ່ານສາກົນຂອງແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ໃນການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຜ່ານລະບົບ Easy Pass ຢູ່ດ່ານສາກົນແດນສະຫວັນ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ເຫັນວ່າມີຄວາມຈຳເປັນໃນການຈັດເກັບລາຍຮັບດັ່ງກ່າວ ເຂົ້າສູ່ລະບົບທັນສະໄໝ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ ທັງເປັນການອຳນວຍຄວາມສະດວກ ດ້ານການຄ້າບໍລິການ, ການລົງທຶນ ແລະ ພັດທະນາລະບົບທັນສະໄໝ.

ພາຍຫລັງທີ່ເຊັນສັນຍາຮ່ວມມື ດ່ານສາກົນແດນສະຫວັນ ກັບ ທະນາຄານພັດທະນາລາວ ຈຳກັດ ສາຂາ ພາກສະຫວັນນະເຂດ ຈະໄດ້ມີການຈັດຕັ້ງປະຕິບັດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ຫລັງຈາກການຈັດຕັ້ງປະຕິບັດຕົວຈິງໄປນັ້ນ ຖ້າມີອັນໃດບໍ່ສອດຄ່ອງ ຫລື ມີບັນຫາຫຍຸ້ງຍາກ ແມ່ນມອບໃຫ້ດ່ານສາກົນທັງສອງດ່ານ ຮີບຮ້ອນລາຍງານ ເພື່ອມີທິດທາງແກ້ໄຂ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

LEAVE A REPLY

Please enter your comment!
Please enter your name here