ຫ້ອງການສຶກສາທິການ ແລະ ກິລາ ນະຄອນ (ສກນ) ປາກເຊ ແຂວງຈຳປາສັກ ໄດ້ຈັດການສອບເສັງຄັດເລືອກເອົາຕົວແທນນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ໃນວັນທີ 18 ກຸມພາ 2025 ທີ່ໂຮງຮຽນປະຖົມ ບ້ານທົ່ງ ນະຄອນປາກເຊ ແຂວງຈຳປາສັກ ໂດຍເປັນກຽດເປັນປະທານຂອງທ່ານ ເກດສະໜາ ຄຳມິ່ງສະຫວັດ ຮອງເຈົ້ານະຄອນປາກເຊ, ທ່ານ ສີສະຫງ່າ ບົວປະເສີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ, ມີຄູອາຈານ, ນັກຮຽນເກັ່ງທີ່ຜ່ານການຄັດເລືອກມາຈາກແຕ່ລະກຸ່ມເຂົ້າຮ່ວມສອບເສັງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການຈັດສອບເສັງຄັ້ງນີ້, ແມ່ນເພື່ອຢັ່ງເບິ່ງ ແລະ ປະເມີນຄືນຄວາມຮູ້ຄວາມເຂົ້າໃຈຂອງນັກຮຽນ ປ.5, ມ.4 ແລະ ມ.7 ທົ່ວນະຄອນປາກເຊ ແຂວງຈຳປາສັກ ໃນການຈັດການຮຽນການສອນຂອງຄູອາຈານທີ່ໄດ້ຖ່າຍທອດບົດຮຽນໃຫ້ໃນແຕ່ລະວິຊາ ວ່າມີຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ບົດຮຽນໜ້ອຍຫຼາຍພຽງໃດ ທັງເປັນການສອບເສັງຄັດເລືອກເອົາຕົວແທນນັກຮຽນເກັ່ງຂັ້ນນະຄອນ ເພື່ອເຂົ້າຮ່ວມສອບເສັງນັກຮຽນເກັ່ງໃນລະດັບແຂວງ ແລະ ເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນປາກເຊ ແລະ ອົງຄະນະພັກແຂວງຈຳປາສັກ ທີ່ຈະໃຂຂຶ້ນໃນຕໍ່ໜ້ານີ້.
ຜົນການສອບເສັງຄັດເລືອກເອົາຕົວແທນນັກຮຽນເກັ່ງ ປ.5 ວິຊາພາສາລາວ ອັນດັບທີ 1 ນາງ ພອນມາລີ ສີສຸວົງ ມາຈາກໂຮງຮຽນປະຖົມທີບພະເນດ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ມີໄຊ ຈົງເລັ່ງ ຈາກໂຮງຮຽນປະຖົມແສງອາລຸນ ແລະ ວິຊາວິທະຍາສາດ ແລະ ສິ່ງແວັດລ້ອມ ອັນດັບທີ 1 ທ້າວ ອານັນ ລໍພອນໄຊ ຈາກໂຮງຮຽນປະຖົມແສງອາລຸນ.
ມ.4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ໄດ້ແກ່ ນາງ ເພັດສະຫວັນ ປະເສີດສຸກ ຈາກໂຮງຮຽນ ມສ ໂພນໄຊ, ວິຊາຄະນິດສາດ ອັນດັບທີ 1 ໄດ້ແກ່ ນາງ ມຸກດາວັນ ພົມມະແສງ ມສ ຫົວສຽວ, ວິຊາເຄມີສາດ ອັນດັບທີ 1 ໄດ້ແກ່ ນາງ ສຸວັນນະພອນ ບຸດທະດີ ມສ ແຮກມານໄມເນີ, ວິຊາຟີຊິກສາດ ອັນດັບທີ 1 ໄດ້ແກ່ ທ້າວ ອາທິດໄຊ ຊ່ອງວິໄລ ມສ ຫົວສຽວ.
ມ.7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ປານັດດາ ສຸດທິວົງ ມ.ປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ, ວິຊາຄະນິດສາດ ນາງ ປາວີນາ ສີປະເສີດ ມສ ຫົວສຽວ, ວິຊາຟີຊິກສາດ ອັນດັບທີ 1 ນາງ ອາລິສາ ວົງພູທອນ ມສ ຫົວສຽວ, ວິຊາເຄມີສາດ ອັນດັບທີ 1 ນາງ ເກດສະໜາ ຄຳປູ ມ.ປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ.
ສຳລັບຜູ້ທີ່ສອບເສັງໄດ້ທີ 1-3 ນັ້ນ, ທາງຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ ໄດ້ມອບໃບຍ້ອງຍໍ ແລະ ເງິນລາງວັນໃຫ້ ຄື: ທີ 1 ໄດ້ຮັບເງິນ 700.000 ກີບ ພ້ອມໃບຍ້ອງຍໍ,ທີ 2 ໄດ້ຮັບເງິນ 500.000 ກີບ, ທີ 3 ໄດ້ຮັບເງິນ 300.000 ກີບ. ນອກຈາກນີ້, ຍັງໄດ້ມອບລາງວັນຊົມເຊີຍໃຫ້ແກ່ຄູທີ່ສິດສອນແຕ່ລະວິຊາ ທີ່ສາມາດນຳພານັກຮຽນຂອງຕົນເຂົ້າຮ່ວມສອບເສັງນັກຮຽນເກັ່ງ ແລະ ສາມາດຍາດໄດ້ລາງວັນປະເພດຕ່າງໆນຳອີກ.
ໂດຍ: ຂາວພອນ ມ້າວຄຳຜິວ