U11 Spirit ທີມເຍົາວະຊົນລາວ ສ້າງຊື່ອີກແລ້ວຄວ້າແຊັມລາຍການທີ່ໄທ ພ້ອມສິດໄປແຂ່ງຂັນຕໍ່ທີ່ສິງກະໂປ

0
86

ສະປີລິດ ອະຄາເດມີ ( Spirit Academy ) ຮຸ່ນອາຍຸບໍເກີນ U11 ສະໂມສອນບານເຕະເຍົາວະຊົນລາວ ສາມາດຍາດແຊັມໃນການແຂ່ງຂັນບານເຕະເຍົາວະຊົນລາຍການ Football Tournament ທີ່ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 22-23 ກຸມພາ 2025 ພ້ອມສິດໄປແຂ່ງຂັນຕໍ່ລາຍການ JSSL Singapore Professional Academy 2025 ທີ່ປະເທດສິງກະໂປ.

ການແຂ່ງຂັນລາຍການນີ້ Football Tournament ລະຫວ່າງວັນ 22-23 ກຸມພາ 2025 (BIYFF) ສະໂມສອນເຍົາວະຊົນລາວ ເຂົ້າຮ່ວມ 3 ທີມຄື: Spirit Academy, Mazda GB FC ແລະ AIS ປາກົດວ່າ: Spirit Academy ສາມາດຄວ້າແຊັມ ແລະ ເປັນທີມດຽວຈາກ ສປປ ລາວ ໄດ້ສິດໄແຂ່ງຂັນລາຍການທີ່ສິງກະໂປ.

ໂດຍຜົນງານຂອງ Spirit Academy ຖືກຈັດຢູ່ກຸ່ມ A ສາມາດເອົາຊະນະ 5 ນັດລວດຄື: ຊະນະ Hồng Kông ທີມຈາກຮົງກົງ, ຊະນະ KCC Singapore ທີມຈາກສິງກະໂປ, ຊະນະ Petits Blues ທີມຈາກຮົງກົງ, ຊະນະ Curzeiro BKK ທີມຈາກໄທ ແລະ ຊະນະ Arsaipa ທີມຈາກໄທ ເກັບ 15 ຄະແນນເຕັມຜ່ານເຂົ້າຮອບ 4 ທີມສຸດທ້າຍສາມາດເອົາຊະນະ Inspires Budak BOLA ທີມຈາກມາເລເຊຍ 1-0 ແລະ ຜ່ານເຂົ້າຮອບຊີງຊະນະເລີດ.

ຮອບຊີງຊະນະເລີດ Spirit Academy ສາມາດບຽດເອົາເອົາຊະນະ Curzeiro BKK ທີມຈາກໄທ 1-0 ຄວ້າແຊັມໄປຄອງ, ສ່ວນ AIS ທີມຈາກລາວອີກ 1 ທີມ ໄດ້ອັນດັບ 4 ໄປຢ່າງໜ້າເສຍດາຍ ເພາະຮອບ 4 ທີມເສຍໃຫ້ກັບ Curzeiro BKK ທີມຈາກໄທ 0-3 ແລະ ໄປຊີງອັນດັບ 3 ກັບ Inspires Budak BOLA ກ່ອນເສຍໄປ 1-2.
ຂ່າວ: Larh Creators ; ຮູບຈາກ: Spirit Academy

LEAVE A REPLY

Please enter your comment!
Please enter your name here