ອຸປະກອນທີ່ຕ້ອງນຳໃຊ້ປະກອບມີ: ຜ້າຢາງໃສຄຸມໜານ, ຜ້າກັນແສງ ແລະ ໄມ້ໄຜ່ ຫຼື ໄມ້ທົ່ວໄປ.
ວິທີທີ່ 1: ອຸປະກອນ ຍາວ 75 ຊັງຕີແມັດ, ເລິກ 20 ຊັງຕີແມັດ, ດິນຕ້ອງເປັນດິນຊາຍ 50% ແລະ ດິນດຳ 50%, ນໍາຜ້າຢາງມາປົກຄຸມຊັ້ນທຳອິດແລ້ວນຳຜ້າກັນແສງປົກດ້ານເທິງ.
– ໃຊ້ໄມ້ແປ້ນ ຫຼື ໄມ້ທົ່ວໄປສຳລັບເຮັດຂອບໜານກ້າ.
– ດິນປະສົມຕ້ອງເປັນດິນຜຸພຸ່ຍ ( ບໍ່ປົນດິນດາກ ).
– ລະດັບຂອງດິນແມ່ນໃຫ້ເຖິງຂອບເທິງຂອງໜານກ້າ.
– ເອົາຜ້າຢາງໃສ ປົກໃສ່ໂຄງໄມ້ທີ່ກຽມໄວ້.
– ໃຊ້ຜ້າກັນແສງປົກເທິງແພຢາງໃສ.
– ປິດຜ້າປົກໃຫ້ແຈບ ເພື່ອເຮັດໃຫ້ອາກາດຂ້າງໃນອຸ່ນຂຶ້ນ.
ວິທີທີ່ 2: ເຮັດໜານກ້າ ໂດຍໜານກ້າມີລວງສູງ 10 ຊັງຕີແມັດ, ບໍ່ໄດ້ນຳໃຊ້ໄມ້ໄຜ່ມາມຸງເຮັດໂຄງດ້ານເທິງ ແລະ ນຳຜ້າຢາງມາຄຸມໂດຍກົງ ເຮັດໝານຄືກັບວິທີທີ່ໜຶ່ງເລິກ 10 ຊັງຕີແມັດ.
+ ວິທີເອົາແກ່ນລົງໜານກ້າ: ໃຊ້ໄມ້ປາຍແຫຼມເຮັດເປັນຮ່ອງແຖວຍາວເລິກປະມານ 1 – 2 ຊັງຕີແມັດ ແລະ ຫ່າງກັນປະມານ 5 ຊັງຕີແມັດ, ເອົາແກ່ນຂວ້າມໜ້າລົງ ໂດຍຈົ່ງໄລຍະຫ່າງໄວ້ປະມານ 5 ຊັງຕີ ໃນແຖວດຽວກັນ; ເອົາດິນທີ່ປະສົມໄວ້ ປົກໜ້າໜານກ້າແກ່ນກາເຟ ຄວນຈະລົງເລິກປະມານ 1 – 2 ຊັງຕີແມັດ ຫຼັງຈາກເອົາດິນປົກ, ຈາກນັ້ນເອົາເຟືອງປົກໜານໃຫ້ດີ ເພື່ອໃຫ້ຮັກສາອຸນຫະພູມ ແລະ ຄວາມຊຸ່ມໄດ້ດີ, ນໍາຜ້າຢາງ ແລະ ຜ້າກັນແສງມາປົກໜານກ້າໃຫ້ຮຽບຮ້ອຍດີ.
+ ການບົວລະບັດຮັກສາໜານກ້າ ແລະ ການເບິ່ງແຍງຮັກສາເບ້ຍກາເຟ: ແກ່ນກາເຟຕ້ອງການອຸນຫະພູມທີ່ອົບອຸ່ນ ແລະ ຄວາມຊຸ່ມ ເພື່ອເຮັດໃຫ້ໄວຕໍ່ການແຕກໜໍ່ປົກຄຸມໜານດ້ວຍຜ້າຢາງ, ເອົາຜ້າທີ່ປົກໜານອອກ ເພື່ອອະນາໄມ ແລະ ຫົດນໍ້າ, ຫົດນໍ້າໃຫ້ໜານມີຄວາມຊຸ່ມຢູ່ຕະຫຼອດ, ອະນາໄມ ແລະ ຫຼົກຫຍ້າເປັນປະຈຳ, ຄ່ອຍໆນຳເອົາເຟືອງອອກທັນທີ ທີ່ສັງເກດເຫັນວ່າແກ່ນເລີ່ມແຕກໝໍ່.
ຂໍ້ມູນ:ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ