ແຂນດຽວບໍ່ເປັນບັນຫາ ເມື່ອໂຊກສະຕາໃຫ້ມາ ເຮົາຕ້ອງເຮັດວຽກໜັກ ແລະ ຝຶກຊ້ອມໃຫ້ຫຼາຍກວ່າຄົນອື່ນກ່ອນທີ່ ເຈກ ພີຄ໊ອກ ນັກມວຍແຂນດຽວຈາກອັງກິດ ສາມາດເອົາຊະນະນ໊ອກນັກມວຍ 2 ແຂນຢ່າງ ຊິນຈິ ຊູຊູກິ ຈາກຍີ່ປຸ່ນ ໃນຍົກທີ 3 ໃນການແຂ່ງຂັນມວຍຮຸ່ນ ແບນຕໍາເວດ ໃນເວທີໃຫຍ່ ONE 171 ທີ່ປະເທດກາຕ້າ ເມື່ອວັນທີ 20 ກຸມພາ 2025.
ໄຟທ໌ດັ່ງກ່າວ ເຈກ ພີຄ໊ອກ ສ້າງຜົນງານຢ່າງໂດດເດັ່ນອອກອາວຸດທັງສອກ, ເຕະ ແລະ ໝັດ ກ່ອນຈະເອົາຊະນະນ໊ອກ ຊິນຈິ ໄປໃນຍົກທີ 2 ເຊິ່ງເປັນການເກັບໄຊຊະນະ 2 ໄຟທ໌ຕິດຕໍ່ກັນໃນລາການ ວັນ ແຊັມປ້ຽນຊິບ ຫຼັງກ່ອນໜ້ານີ້ຊະນະຄະນະ ໂຄເຮອິ ຊິນໂຈ ນັກມວຍຈາກຍີ່ປຸ່ນ.
ເຈກ ພີຄ໊ອກ ປັດຈຸບັນອາຍຸ 30 ປີ ປະສົບເຄາະຮ້າຍພິການແຂນຂວາມາແຕ່ກໍາເນີນ ແຕ່ບໍ່ຍອມທໍ້ເດີນໜ້າຝຶກຊ້ອມມວຍໄທ ເພື່ອໂອກາດເປັນນັກມວຍອາຊີບ ແລະ ໃນທີ່ສຸດກໍເປັນຈິງກ້າວຂຶ້ນໄປຊົກໃນເວທີລະດັບໂລກຢ່າງ ວັນແຊັມປ້ຽນຊິບ ຄ່າຕົວແຕ່ລະໄຟທ໌ມະຫາສານ ໂດຍສະເພາະໂບນັດຈາກການນ໊ອກ.