ປີຜ່ານມາໂຮງງານປຸງແຕ່ງທອງ-ຄຳ ພູຄຳ ສາມາດຂົນແຮ່ອອກຈາກບໍ່ໄປໃສ່ໂຮງງານ ແລະ ຂົນສິ່ງເສດເຫຼືອທີ່ບໍ່ແມ່ນແຮ່ ອອກຈາກບໍ່ ໄດ້ປະມານ 30 ລ້ານໂຕນ ຊຶ່ງການສຳປະທານຂອງໂຮງງານດັ່ງກ່າວຈະດຳເນີນໄປຮອດໄຕມາດທໍາອິດຂອງປີ 2026 ພາຍຫຼັງສິ້ນສຸດການດຳເນີນໂຄງການແລ້ວ ຕາມແຜນແມ່ນຈະຖົມຄືນກ່ອນມອບໃຫ້ລັດຖະບານກໍຄືອົງການປົກຄອງທ້ອງຖິ່ນເພື່ອນຳໃຊ້ໃນອະນາຄົດ.

ທ່ານ ຂັນຊະນະ ຫົວໜ້າດູແລການຂຸດຄົ້ນພາກສະໜາມ ໂຮງງານປຸງແຕ່ງທອງ-ຄຳ ພູຄຳ ບໍລິສັດພູເບ້ຍ ມານນິງ ຈຳກັດ ເມືອງອານຸວົງ ແຂວງໄຊສົມບູນ ໃຫ້ສຳພາດທີ່ໂຮງງານພູຄໍາ ເມື່ອບໍ່ດົນມານີ້ ວ່າ: ການຂຸດຄົ້ນບໍ່ທອງ-ຄຳ ພູຄຳ ເລີ່ມມາແຕ່ປີ 2007 ການຂຸດຄົ້ນເປັນບໍ່ເປີດ ມີເນື້ອທີ່ປະມານ 3 ກິໂລຕາແມັດ ເລິກປະມານ 300 ກວ່າແມັດ ເປັນບໍ່ທອງແດງ. ສຳລັບປີ 2024 ສາມາດຂົນແຮ່ອອກຈາກບໍ່ໄປໃສ່ໂຮງງານ, ຂົນສິ່ງເສດເຫຼືອອອກຈາກບໍ່ໄດ້ປະມານ 30 ລ້ານໂຕນ ເຫັນວ່າການຈັດຕັ້ງປະຕິບັດແມ່ນສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້. ສຳລັບປີ 2025 ກຳລັງຂຸດຄົ້ນຢູ່ຈຸດທີ 8, ເປົ້າໝາຍໃຫ້ສາມາດຂົນແຮ່ ແລະ ສິ່ງເສດເຫຼືອອອກຈາກບໍ່ໃຫ້ໄດ້ປະມານ 29 ລ້ານໂຕນ. ປັດຈຸບັນ ການຂຸດຄົ້ນ ແມ່ນກຳລັງດຳເນີນໄປໄດ້ດີພໍສົມຄວນ.

ໄປຄຽງຄູ່ກັບການຂຸດຄົ້ນດັ່ງກ່າວ, ໂຮງງານປຸງແຕ່ງທອງ-ຄຳ ພູຄຳ ຍັງໄດ້ເອົາໃຈໃສ່ດ້ານຄວາມປອດໄພໂດຍນຳໃຊ້ລະບົບຄວາມປອດໄພຂອງສາກົນ ເຊັ່ນ: ການຄຸ້ມຄອງຄວາມປອດໄພຂອງພະນັກງານ, ການຄຸ້ມຄອງພາຫະ ນະຮັບໃຊ້ຕ່າງໆໄດ້ຮັບການກວດກາມາດຕະຖານດ້ານເຕັກນິກ ຂອງສາກົນວາງອອກ ພ້ອມດຽວກັນນັ້ນກໍໄດ້ເອົາໃຈ ໃສ່ການຮັກສາສິ່ງແວດລ້ອມຢ່າງເຄັ່ງຄັດ ໂດຍນຳໃຊ້ລະບົບການຈັດການສິ່ງແວດລ້ອມສາກົນ, ການຈັດການນໍ້າເສຍບໍ່ໃຫ້ໄຫຼລົງສູ່ແຫຼ່ງນໍ້າທໍາມະຊາດຢ່າງເດັດຂາດ ແລະ ຍັງໄດ້ເອົາໃຈໃສ່ໃນການກວດກາ, ຄຸ້ມຄອງສານເຄມີທີ່ນຳໃຊ້ໃນໂຮງງານບໍ່ໃຫ້ໄຫຼລົງສູ່ພາຍນອກ ໂດຍມີການບຳບັດໃຫ້ມີຄວາມປອດໄພ.
ການສຳປະທານຂອງໂຮງງານປຸງແຕ່ງທອງ-ຄຳພູຄຳຈະດຳເນີນໄປຮອດໄຕມາດທໍາອິດຂອງປີ 2026 ພາຍຫຼັງ ສິ້ນສຸດການດຳເນີນໂຄງແລ້ວຕາມແຜນແມ່ນຈະຖົມຄືນກ່ອນມອບໃຫ້ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນເພື່ອນຳໃຊ້ໃນອະນາຄົດ.
ຂໍ້ມູນ: ປະຊາຊົນ