ຄູ່ຊີງຕາມຄາດ ເອສະຣາ ສະຖິຕິເໜືອຊະນະມາແລ້ວ 3 ນັດຊ້ອນ, ຊ້າງນ້ອຍ ລຸ້ນລ້າງຕາ ບານເຕະຊີງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ 2025

0
71

ເອສະຣາ ເອັຟຊີ ທີມນໍາ ແລະ ຊ້າງນ້ອຍ ເອັຟຊີ ທີມອັນດັບ 2 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025 ໄປຕາມນັດສາມາດຜ່ານເຂົ້າຮອບຊີງຊະນະເລີດ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ໂດຍກໍານົດແຂ່ງຂັນໃນວັນທີ ມີນາ 2025.

ເມື່ອວັນທີ 18 ກຸມພາ 2025 ເປັນການແຂ່ງຂັນຮອບ 4 ທີມປະຈໍາ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ປາກົດວ່າ:
ເອສະຣາ ເອັຟຊີ ສ້າງຜົນງານໂດດເດັ່ນ ແລະ ພິສູດໃຫ້ເຫັນເຖິງຄວາມຕ່າງຊັ້ນລະຫວ່າງ ທີມຈາກລາວລີກ 1 ກັບ ລາວລີກ 2 ດ້ວຍການຖະຫຼົ່ມ ທະຫານແຂວງ ຄໍາມ່ວນ ທີມຈາກລາວລີກ 2 ໄປແບບບໍ່ເຫັນຝຸ່ນ 12-0 ໂດຍ ເອສະຣາ ໄດ້ປະຕູຈາກ ປີເຕີ້ ພັນທະວົງ 4 ປະຕູນາທີໆ 10’, 22’, 48’ ກັບ 63’; ພັດທະນາ ພົມມະເທບ ນາທີໆ 14’; ຈັນທະວີໄຊ ຂຸນທຸມພອນ ນາທີໆ 16’; ດາຫມົດ ທອງຄຳສະຫວັດ ນາທີໆ 24’; ພຸດທະວົງ ສັງວິໄລ 2 ປະຕູ ນາທີໆ 29’ ກັບ 75’; ໂຈນີ້ ແຫວນປະເສີດ ນາທີໆ 69’ ກັບ 80’ ແລະ ພຸດທະລັກ ທອງສະນິດ ນາທີໆ 70’.
ສ່ວນອີກຄູ່ໜຶ່ງ ຊ້າງນ້ອຍ ເອັຟຊີ ສາມາດບຽດເອົາຊະນະ ກອງທັບ ເອັຟຊີ 2-1 ໂດຍ ຊ້າງນ້ອຍ ໄດ້ປະຕູຂຶ້ນນໍາໄປກ່ອນຈາກ ກີ້ດາວອນ ສຸວັນນີ ນາທີໆ 27 ກ່ອນທີ່ ສົມສະຫວາດ ສໍພາບມີໄຊ ຈະມາຍິງປະຕູຕີສະເໝີໃຫ້ກັບ ກອງທັບ ເອັຟຊີ 1-1, ແຕ່ແລ້ວເຄິ່ງເວລາທີ 2 ຊ້າງນ້ອຍ ເອັຟຊີ ມາໄດ້ປະຕູໄຊນາທີໆ 62 ຈາກການຍິງຈຸດໂທດຂອງ ກີ້ດາວອນ ສຸວັນນີ.

ເຮັດໃຫ້ ເອສະຣາ ເອັຟຊີ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ຊ້າງນ້ອຍ ເອັຟຊີ ໃນການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ໂດຍຈະແຂງຂັນໃນວັນທີ 8 ມີນາ 2025 ເຊິ່ງຈະໄປແຂ່ງຂັນທີ່ສະໜາມກີລາແຂວງຈໍາປາສັກ.

ສໍາລັບ ສະຖິຕິການພົບກັນຂອງທັງສອງທີມ ລະດູການ 2024-2025 ( ລວມໃນລີກ ) ເຄີຍພົບກັນມາແລ້ວ 3 ນັດປາກົດວ່າ: ເອສະຣາ ເອັຟຊີ ສາມາດເອົາຊະນະ ຊ້າງນ້ອຍ ໄດ້ໝົດຄື ນັດທໍາອິດ ເອສະຣາ ເອັຟຊີ ເອົາຊະນະໄປ 4-3 ໃນລາວລີກ 1 ຮອບຂາໄປ, ສ່ວນຮອບຂາກັບ ເອສະຣາ ເອັຟຊີ ກໍສາມາດເອົາຊະນະໄປ 1-0 ແລະ ນັດທີ 3 ເຄີຍພົບກັນໃນຮອບແບ່ງກຸ່ມ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ປາກົດວ່າ: ເອສະຣາ ເອັຟຊີ ຢໍ້າແຄ້ນຊ້າງນ້ອຍ ໄປ 4-2 ກ່ອນຈະໂຄຈອນໄປພົບກັນໃນຮອບຊີງຊະນະເລີດ ລຸ້ນເບິ່ງວ່າ ເອສະຣາ ຈະສາມາດຢໍ້າແຄ້ນ ແລະ ເກັບໄຊຊະນະເໜືອ ຊ້າງນ້ອຍ ເອັຟຊີ 4 ນັດລວດໃນລະດູການ 2024-2025 ໄດ້ຫຼືບໍ?, ສ່ວນ ຊ້າງນ້ອຍ ເອັຟຊີ ໄດ້ໂອກາດລ້າງຕາໃນນັດສໍາຄັນນັດຊີງຊະນະເລີດ.
ຂ່າວ: Larh Creators ; ຮູບຈາກ: ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ

LEAVE A REPLY

Please enter your comment!
Please enter your name here