ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແຈ້ງການເລກທີ 1300/ຍທຂ.ນວ ລົງວັນທີ 19 ກຸມພາ 2025 ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ອໍານາດການປົກຄອງບ້ານ, ຫ້ອງການ ຍທຂ ເມືອງ, ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ຊາບວ່າ:
ຕາມການລາຍງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງ ໃຫ້ຮູ້ວ່າມີການເປ່ເພຂອງເສັ້ນທາງສາຍຫຼັກໃນເຂດເສດຖະກິດບຶງທາດຫຼວງ (ບໍລິເວນຕະຫຼາດລາວ) ເນື່ອງຈາກມີພາຫະນະລົດບັນທຸກໜັກ ທີ່ຮັບໃຊ້ວຽກງານກໍ່ສ້າງໃນເຂດເສດຖະກິດພິເສດເອງ.ເພື່ອປ້ອງກັນອັນຕະລາຍ ແລະ ຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ທະຫານ,ຕໍາຫຼວດ ແລະ ທຸກຊັ້ນຄົນ.
ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງມີຄວາມຈໍາເປັນ ໃນການປິດເສັ້ນທາງແຕ່ສີ່ແຍກໄຟອຳນາດໂພນທັນ ເຂົ້າເຂດເສດຖະກິດພິເສດ ຫາ ສາມແຍກບ້ານໂນນຫວາຍ. ນັບແຕ່ວັນທີ19 ກຸມພາ 2025 ຈົນກວ່າ ຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງຈະໄດ້ສ້ອມແປງສຳເລັດ, ເນື່ອງຈາກເສັ້ນທາງນີ້ເປັນເສັ້ນທາງສາຍຫຼັກ ທີ່ຂຶ້ນກັບເຂດເສດຖະກິດພິເສດບຶງທາດຫຼວງ.