ເປີດໃຈ ອ໋ອດ ສຸລິວົງ ໜຸ່ມຫຼໍ່ຈາກ ສປປ ລາວ ຫຼັງກວາດ 3 ລາງວັນພິເສດ ໃນເວທີ Mister Tourism World 2024

0
59

ອ໋ອດ ສຸລິວົງ ໄຊຍະເກດ ( Aot Soulivong Xayaketh ) ໜຸ່ມຫຼໍ່ ແລະ ຫຼາກຫຼາຍຄວາມສາມາດ ສາມາດຜ່ານເຂົ້າເຂົ້າຮອບ 20 ຄົນສຸດທ້າຍ ກ່ອນຈະສາມາດຍາດໄດ້ 3 ລາງວັນພິເສດ ໃນເວທີ Mister Tourism World 2024 ທີ່ປະເທດຫວຽດນາມ ທີ່ສໍາເລັດລົງຢ່າງເປັນທາງການໃນວັນທີ 18 ກຸມພາ 2025 ທີ່ປະເທດຫວຽດນາມ.

ອ໋ອດ ສຸລິວົງ ສາມາດສະແດງຄວາມສາມາດດ້ານຕ່າງ ແຂ່ງຂັນກັບຜູ້ເຂົ້າຮ່ວມທັງໝົດ 35 ປະເທດ ກ່ອນຈະຢຸດທີຮອບ 20 ຄົນສຸດທ້າຍ ( TOP 20 ) ແລະ ຄວ້າ 3 ລາງວັນພິເສດ ຄື: ການສະແດງຊຸດຊົນເຜົ່າຫວຽດນາມດີເດັ່ນ ( Mister Ao Dai ), ການສະແດງຄວາມສາມາດດີເດັ່ນ ( Mister Best Talent ) ແລະ ລາງວັນ multimedia winner ຈາກເວທີດັ່ງກ່າວອີກດ້ວຍ.

ຫຼັງຈາກສໍາເລັດພາລະກິດ ອ໋ອດ ສຸລິວົງ ໄຊຍະເກດ ໂພສຜ່ານເພຈ໌ບຸກສ່ວນຕົວວ່າ: ຈົບລົງແລ້ວການເດີນທາງໃນຄັ້ງນີ້ ອ໋ອດ ໄດ້ເຮັດດີທີ່ສຸດເພື່ອປະເທດ ແລະ ທຸງຊາດລາວ, ອ໋ອດພະຍາຍາມທຸກມື້ ຈົນສາມາດເຂົ້າ ທ໋ອບ 20 ແລະ ໄດ້ຮັບລາງວັນພິເສດຕື່ມອີກ 3 ລາງວັນ: ການສະແດງຊຸດຊົນເຜົ່າຫວຽດນາມດີເດັ່ນ, ການສະແດງຄວາມສາມາດດີເດັ່ນ ແລະ multimedia winner, ຂໍຂອບໃຈຫຼາຍທີ່ໃຫ້ໂອກາດ ແລະ ຄວາມຊົງຈໍາທີ່ສວຍງາມ ແລະ ປະສົບການດີໆໃນຊີວິດທີບໍ່ມີວັນລືມຄັ້ງໜຶ່ງໄດ້ເຮັດເພືອປະເທດລາວ ອ໋ອດ ເຊື່ອວ່າເຂົາເຈົ້າຮູ້ຈັກລາວຫລາຍຂື້ນແນ່ນອນ.
ໂດຍ: Larh Creators ; ຮູບຈາກ: Aot Soulivong Xayaketh

LEAVE A REPLY

Please enter your comment!
Please enter your name here