ນ້ອງໂອ ໄຕປັນຍາວົງ, ນ້ອງເບຍ ຄໍາສະທອນ ແລະ ກ້ອງໂພໄຊ 3 ນັກມວຍລາວແຊັມ 3 ຮຸ່ນລາຍການ ມວຍລາວໄຟທ໌ 2024 ກຽມເດີນທາງໄປຊົກໃນເວທີມວຍລາຍການໃຫຍ່ ວັນລຸມພີນີ ທີ່ນະຄອນຫຼວງບາງກອກ ປະເທດໄທ ໄປໃນນາມຄ້າຍມວຍລາວລ້ານຊ້າງ ເພື່ອລຸ້ນຊະນະນ໊ອກ ຈະໄດ້ໂບນັດ 350.000 ບາດ ໂດຍສະເພາະ ນ້ອງໂອ ແລະ ນ້ອງເບຍ ຈະໄດ້ຂຶ້ນຊົກໃນວັນທີ 28 ກຸມພາ 2025 ເປັນໄຟທ໌ທໍາອິດ.
ຝ່າຍຈັດການແຂ່ງຂັນ ວັນລຸມພີນີ ໄດ້ມີການປະກາດຢ່າງເປັນທາງການວ່າ: ນ້ອງໂອ ໄຕປັນຍາວົງ ແຊັມມວຍລາວໄຟທ໌ ຮຸ່ນນໍ້າໜັກ 65 ກິໂລກຣາມ ແລະ ນ້ອງເບຍ ແຊັມມວຍລາວໄຟທ໌ ຮຸ່ນນໍ້າໜັກ 51 ກິໂລກຣາມ ໄດ້ວັນເວລາຂຶ້ນຊົກໃນວັນທີ 28 ກຸມພາ 2025 ໂດຍ ນ້ອງໂອ ຈະໄດ້ພົບກັບ ຂຸນເດດ ນັກມວຍໄທ ແລະ ນ້ອງເບຍ ຈະໄດ້ຊົກກັບ ມາວິນ ນັກມວຍຊາວເຢຍລະມັນ ຈາກຄ້າຍມວຍໄທ.
ສ່ວນ ກ້ອງໂພໄຊ ຈະໄດ້ຂຶ້ນຊົກໃນເດືອນມີນາ 2025 ແຕ່ຍັງບໍ່ທັນມີການເປີດເຜີຍຊື່ຄູ່ຊົກເທື່ອ ເຊິ່ງຄັ້ງນີ້ຈະເປັນໄຟທ໌ທີ 2 ຂອງ ກ້ອງໂພໄຊ ໃນເວທີນີ້ ເພາະໄຟທ໌ທໍາອິດແມ່ນຂຶ້ນຊົກກັບ ຢາງດໍາ ຈິດເມືອງນົນ ນັກມວຍຈາກໄທ ໃນວັນທີ 25 ຕຸລາ 2025 ກ່ອນຈະເສຍຄະແນນໄປ ແລະ ນີ້ຈະເປັນການກັບມາແກ້ຕົວອີກຄັ້ງ.