ໃນປີ 2024 ແຂວງບໍ່ແກ້ວ ໄດ້ສາມາດສົ່ງຢາງພາລາອອກເປັນ(ຖວ້ຍກ້ອນດິບ ແລະ ແຜ່ນເຄິ່ງສໍາເລັດຮູບ) ໄປຕ່າງປະເທດທັງໝົດ ຈໍານວນ 18.910 ໂຕນ ມູນຄ່າ 10.445.360 ໂດລາສະຫະລັດ ໃນນີ້ ສົ່ງອອກໄປ ສປ ຈີນ ກວມ 97,99% ນອກນັ້ນສົ່ງໄປປະເທດໄທ ແລະ ສາມາດນໍາເຂົ້າຈາກຕ່າງປະເທດຈໍານວນ 17.300 ໂຕນ ມູນ ຄ່າ 7.050.000 ໂດລາສະຫະລັດ ການນໍາເຂົ້າແມ່ນໄດ້ຍົກເວັ້ນພາສີອາກອນ.ໃນນີ້ ໄດ້ນໍາເຂົ້າຈາກ ສ ມຽນມາ ກວມເອົາ 76,87 %, ແລະ ນໍາເຂົ້າຈາກປະເທດໄທ.
ປີ 2025 ສາມາສົ່ງອອກຢາງພາລາໄປຕ່າງປະເທດຈໍານວນ 2.665 ໂຕນ ມູນຄ່າ 1.607.750 ໂດລາສະຫະລັດ ແມ່ນສົງອອກໄປ ສປ ຈີນ ແລະ ຍັງໄດ້ນໍາເຂົ້າຢາງພາລາ ຈໍານວນ 8.000 ໂຕນ ມູນຄ່າ 12.300.000 ໂດລາສະຫະລັດ ທັງໝົດແມ່ນນໍາເຂົ້າຍົກເວັ້ນນພາສີອາກອນຈາກ ສ ມຽນມາ.ເຊິ່ງແມ່ນບໍລິສັດນໍາເຂົ້າ ແລະ ສົ່ງອອກຈໍານວນ 4 ບໍລິສັດຄື: ບໍລິສັດ ຈິງເສີນ ຢາງພາລາ ຈໍາກັດ ,ໂຮງງານ ຢາງພາລາ ລາວ-ຈີນ ເຊີນຊິງ ຈໍາກັດຜູ້ດຽວ,ບໍລິສັດ ຈາຟົງບໍໍ່ແກ້ວພັດທະນາກະສິກໍາແຂວງບໍໍ່ແກ້ວ,ບໍລິສັດ ຄອມໂພດຢອິ ຈໍາກັດຜູ້ດຽວ ການເຂົ້າແຕ່ລະຊຸດ ແມ່ນອີງຕາມແຜນນໍາເຂົ້າປະຈໍາປີ ໂດຍຍົກເວັ້ນພາສີຂອງພະແນກແຜນການ ແລະ ການລົງທຶນ ສ່ວນການນໍາ ເຂົ້າຕົວຈິງແມ່ນໃຫ້ຄົບຕາມຈໍານວນ.
ທ່ານ ສີບຸນເຮືອງ ພັນທຸລັກ ຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງບໍ່ແກ້ວໃຫ້ຮູ້ວ່າ: ທົ່ວແຂວງບໍ່ແກ້ວມີເນືຶ້ອທີ່ປູກຢາງພາລາ ກີດເອົານໍາຢາງໄດ້ແລ້ວ ຈໍານວນ 25. 220 ເຮັກຕາ ແລະ ສາມາດເກັບກູ້ຜົນຜະລິດ(ຢາງເປັນຖ້ວຍ)ໄດ້ 50.440 ໂຕນ ແລະ ປຸງແຕ່ງເຄິ່ງສໍາເລັດຮູບ(ເປັນກ້ອນແທ່ງ) ສົ່ງອອກ 32.786 ໂຕນ, ການເກັບຊື້ນໍາເຂົ້າຢາງພາລາດິບຈາກຕ່າງປະເທດ ແມ່ນບໍ່ມີຜົນກະທົບຕໍ່ລາຄາເກັບຊື້ ຢາງພາລາພາຍໃນແຂວງບໍ່ແກ້ວ ເພາະວ່າການຜະລິດນໍ້າຢາງພາລາຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງໂຮງງານພາຍໃນແຂວງ.
ຂ່າວ: ເງິນຫຼົງ ຈິດພູວົງ.