ຂຸນພົນນັກກິລາຈູຈິດຊູ ເຍົາວະຊົນທີມຊາດລາວ ສ້າງຜົນງານຍາດມາໄດ້ 2 ຫຼຽນທອງ ຈາກການເຂົ້າຮ່ວມການແຂ່ງຂັນກິລາ ຈູຈິດຊູຊີງແຊ໋ມເຍົາວະຊົນອາຊີ ຫຼື 1st Jujitsu Asian Cup 2025 ແລະ 2nd Jujitsu Asian Youth Championship 2025
ການແຂ່ງຂັນ 1st Jujitsu Asian Cup 2025 ແລະ 2nd Jujitsu Asian Youth Championship 2025 ໄດ້ຈັດຂຶ້ນທີ່ ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 13-16 ກຸມພາ 2025 ລາຍການນິ້ ທັບນັກກິລາຈູຈິຊູເຍົາວະຊົນທີມຊາດລາວ ສົ່ງຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 4 ຄົນ ນຳພາໂດຍ ອາຈານ ກັນຍາເພັດ ພັນດານຸວົງ ຮອງເລຂາທິການສະຫະພັນຈູຈິຊູແຫ່ງຊາດລາວ ພ້ອມທັງເປັນຄູຝຶກ ສ່ວນນັກກິລາ 3 ຄົນ, ຍິງ 2 ຄົນ ປະກອບມີ ທ້າວ ນິດສອນ ເພັງໂສພາ, ນາງ ແປງ ແສງມະນີ ແລະ ນາງ ໄວພອນ ເກດສະໜາ.
ຜ່ານການແຂ່ງຂັນປາກົດວ່າ ນັກກິລາຈູຈິຊູເຍົາວະຊົນທີມຊາດລາວ ສາມາດຄວ້າມາໄດ້ 2 ຫຼຽນທອງ ຈາກ ທ້າວ ນິດສອນ ເພັງໂສພາ ປະເພດ Fighting ຮຸ່ນອາຍຸບໍ່ເກີນ 18 ປີ ນໍ້າໜັກບໍ່ເກີນ 69 ກິໂລກຼາມ ແລະ ນາງ ແປງ ແສງມະນີ ປະເພດ Fighting ຮຸ່ນອາຍຸບໍ່ເກີນ 18 ປີ ນໍ້າໜັກບໍ່ເກີນ 57 ກິໂລກຼາມ.
ຈາກຜົນງານດັ່ງກ່າວ ເຮັດໃຫ້ນັກກິລາຈູຈິຊູເຍົາວະຊົນທີມຊາດລາວ ຖືກຈັດຢູ່ອັນດັບທີ 14 ໃນຕາຕະລາງສະຫຼຸບຫຼຽນລວມ (ເທົ່າກັນກັບປະເທດ ຍີ່ປຸ່ນ ແລະ ປາກີສະຖານ) ຈາກທັງໝົດ 26 ປະເທດ ເຂົ້າຮ່ວມການແຂ່ງຂັນ ແລະ ມີ 9 ປະເທດ ທີ່ບໍ່ສາມາດຄວ້າຫຼຽນລາງວັນໃນການແຂ່ງຂັນຄັ້ງນີ້ໄດ້.
ຂ່າວໂດຍ ສົງການ ພັນແພງດີ