ຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ( ສສກ ) ພິກເອົາຊະນະ ຊາວໜຸ່ມ ນະຄອນຫຼວງວຽງຈັນ 4-1 ຫຼັງຖືກນໍາໄປກ່ອນເຮັດໃຫ້ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ກະຊວງປ້ອງກັນປະເທດ ( ກອງທັບ ) ທີ່ເອົາຊະນະ ທະນາຄານ ແຫ່ງ ສປປ ລາວ ມາໄດ້ 2-1 ປະຕູ ການແຂ່ງຂັນບານເຕະ ຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( Lao Youth Union Cup ) ເມື່ອວັນທີ 17 ກຸມພາ 2025 ທີ່ສະໜາມກີລາລ້ານຊ້າງ ໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເຮັດໃຫ້ປັດຈຸບັນໄດ້ມາຄົບ 4 ທີມ ກໍານົດແຂ່ງຂັນໃນວັນທີ 20 ກຸມພາ 2025 ຄື:
-ກະຊວງປ້ອງກັນຄວາມສະຫງົບ ພົບ ກະຊວງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ
-ກະຊວງປ້ອງກັນປະເທດ ພົບ ກະຊວງສຶກສາທິການ ແລະ ກິລາ