ສຸດຍອດໄອເດຍ ຄະນະວິທະຍາສາດສັງຄົມ ມຊ ເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບ

0
61

ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ.
ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບຫ້ອງການໃຫ້ຄຳປຶກສາດ້ານອາຊີບ ແລະ ໂຄງການນະວັດຕະກຳຫຼັກສູດການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ແລະ ໄດ້ສົນທະນາແລກປ່ຽນ, ທ່ຽວຊົມສິ່ງອຳນວຍຄວາມສະດວກພາຍໃນຫ້ອງການດັ່ງກ່າວອີກດ້ວຍ.

ຫ້ອງການໃຫ້ຄຳປຶກສາດ້ານອາຊີບໄດ້ຮັບການສ້າງຕັ້ງຂຶ້ນເປັນໜຶ່ງໃນແຜນງານຂອງໂຄງການຫຼັກສູດນະວັດຕະກຳເພື່ອການຮຽນຮູ້ຕະຫຼອດຊີວິດສຳລັບແຮງງານໃນອຸດສາຫະກຳການທ່ອງທ່ຽວແບບຍືນຍົງ ຫຼື ເອີ້ນວ່າ: ໂຄງການ INNO4Tourism Project ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເປັນຈຳນວນງົບປະມານທັງໝົດ 748.054 ເອີໂຣ ສໍາລັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ 9 ສະຖາບັນການສຶກສາຊັ້ນສູງ ແລະ ອົງການໃນ 4 ປະເທດໃນສະຫະພາບເອີຣົບ ແລະ ອາຊີ ເຊັ່ນ: ມະຫາວິທະຍາໄລປາແລໂມ ແລະ ອົງການເຈີຊີ ປະເທດອີຕາລີ, ມະຫາວິທະຍາໄລມາເຊໂດເນຍ ແລະ ອົງການສິມເພຣັກຊີ ປະເທດເກຣັກ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລສະຫວັນນະເຂດ ສປປ ລາວ ແລະ ມະຫາວິທະຍາໄລສົງຂານະຄະລິນ, ມະຫາວິທະຍາໄລຊຽງໃໝ່ ແລະ ສະມາຄົມທຸລະກິດທ່ອງທ່ຽວແຂວງພູເກັດ, ຣາຊາອະນາຈັກໄທ.

ສຳລັບຫ້ອງການໃຫ້ຄຳປຶກສາດ້ານອາຊີບ ເປັນສະຖານທີ່ຕົ້ນແບບເພື່ອໃຫ້ຄໍາແນະນໍາດ້ານອາຊີບແບບຄົບວົງຈອນ, ອໍານວຍຄວາມສະດວກໃນການຊອກວຽກ ແລະ ສະໝັກວຽກ ແລະ ເປັນສູນກາງສໍາລັບການຝຶກງານ ແລະ ສູນຂໍ້ມູນຂ່າວສານສຳການສະໝັກວຽກ ແລະ ໂອກາດອື່ນໆ. ການບໍລິການດັ່ງກ່າວ, ຈະຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ, ການເຊື່ອມຕໍ່ລະຫວ່າງ ນັກສຶກສາ ແລະ ຜູ້ປະກອບການ, ນຳໃຊ້ເວທີດິຈິຕອນເພື່ອສ້າງຕະຫຼາດແຮງງານທີ່ມີການເຄື່ອນໄຫວ. ນອກຈາກນີ້, ຍັງຈະປະກອບອາຊີບເປັນທີ່ປຶກສາ ແລະ ໃຫ້ຄຳປຶກສາ, ເພີ່ມທະວີສາຍພົວພັນກັບສະມາຄົມອາຊີບ ແລະ ຍົກລະດັບຄວາມພ້ອມຂອງນັກສຶກສາໃຫ້ແກ່ໂອກາດການເຮັດວຽກ.
ຂ່າວ-ຮູບໂດຍ: ບົວລະພາ

LEAVE A REPLY

Please enter your comment!
Please enter your name here