ແຂວງຈໍາປາສັກມີການຊົມໃຊ້ໄຟຟ້າ 97,01% ຂອງຫຼັງຄາເຮືອນ

0
91

ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໂດຍ ທ່ານ ແກ້ວ ສິລິສະຫວັດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ເຊິ່ງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມ ພະນັກງານ, ລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຈຳປາສັກ, ສາລະວັນ ແລະ ເຊກອງ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ໃນວັນທີ 17 ກຸມພາ 2025

ທ່ານ ຫົວໜ້າພະແນກ ໄດ້ກ່າວວ່າ: ໃນປີ 2024 ລວມຍອດມູນຄ່າການຜະລິດພະລັງງານ ແລະ ບໍ່ແຮ່ ປະຕິບັດໄດ້: 1.616,83 ຕື້ກີບ, ທຽບໃສ່ແຜນການປີ ລື່ນແຜນ 9,01%, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂື້ນ 21,85%; ລວມຍອດມູນຄ່າການຈໍາໜ່າຍພະລັງງານ ແລະ ບໍ່ແຮ່ ປະຕິບັດໄດ້ 2.360,73 ຕື້ກີບ, ທຽບໃສ່ແຜນການປີ ລື່ນແຜນ 2,60%, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 9,87%. ໄດ້ຊຸກຍູ້ການມອບພັນທະເຂົ້າງົບປະມານທັງໝົດ 175,34 ຕື້ກີບ, ທຽບໃສ່ແຜນການປີ ລື່ນແຜນ 13,42%, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂື້ນ 20,10%; ມີສະຖານີໄຟຟ້າລະບົບແຮງດັນ 115kv ທັງໝົດ 05 ແລະ ລົບແຮງດັນ 500kv 01ແຫ່ງຄື ສະຖານີໄຟຟ້າບັງເຢາະ, ສະຖານີໄຟຟ້າຈຽງໄຊ, ສະຖານີໄຟຟ້າບ້ານນາ, ສະຖານີໄຟຟ້າບ້ານຫາດ, ສະຖານີໄຟຟ້າປາກຊ່ອງ ແລະ ສະຖານີຫຼັກ 25;

ທົ່ວແຂວງມີໄຟຟ້າຊົມໃຊ້ແບບຖາວອນ ກວມເອົາ 97,01% ຂອງຫຼັງຄາເຮືອນໃນທົ່ວແຂວງ; ໂຄງການພັດທະນາພະລັງງານທົດແທນມີ 10 ໂຄງການ. ໃນນີ້, ພະລັງງານລົມ 03 ໂຄງການ ແລະ ພະລັງງານແສງຕາເວັນ 07 ໂຄງການ, ລວມກໍາລັງຕິດ 6.632 MW; ພະລັງງານໄຟຟ້ານໍ້າຕົກ 32 ໂຄງການ ມີກຳລັງຕິດຕັ້ງປະມານ 1.965,50 MW, ສາມາດຜະລິດກະແສໄຟຟ້າໄດ້ 9.612,06 GWh/ປີ (ດຳເນີນການຜະລິດແລ້ວ 7 ແຫ່ງ, ໂຄງການກໍາລັງກໍ່ສ້າງ 02 ໂຄງການ , ໂຄງການທີ່ມີສັນຍາຄຸ້ມຄອງໂຄງການ (SHOA) 2 ໂຄງການ ແລະ ເຊັນສັນຍາ (CA) 1 ໂຄງການ, ໂຄງການທີ່ຢູ່ໃນຂັ້ນຕອນ ພັດທະຍາໂຄງການ (PDA) 2 ໂຄງການ ແລະ ໂຄງການທີ່ຢູ່ໃນຂັ້ນຕອນ ບົດບັນທຶກຄວາມເຂົ້າໃຈ (MOU) 16 ໂຄງການ.ມີໂຄງການແຮ່ທາດຕ່າງໆ 4 ໂຄງການເຊັ່ນ:ໂຄງການແຮ່ບົກບົກຊິດ ມີ 2 ໂຄງການ; ແຮ່ເຫຼັກ 1 ໂຄງການ ແລະ ແຮ່ຄຳເຄົ້າ 1 ໂຄງການ; ມີຫົວໜ່ວຍທີ່ດຳເນີນກິດຈະການດ້ານບໍ່ແຮ່ ມີທັງໝົດ 25 ບໍລິສັດ 30 ກິດຈະການ. ໄດ້ຮວ່ມມືກັບຄະນະວິຊາການກົມທໍລະນີສາດ ແລະ ແຮ່ທາດ ແລະ ຄະນະຊ່ຽວຊານ ຈາກ ສປ ຈີນ ເພື່ອປະຕິບັດວຽກງານຂອງໂຄງການຮ່ວມມື ສຳຫຼວດສ້າງແຜນທີ່ທໍລະນີສາດ-ທໍລະນີເຄມີ ມາດຕາສ່ວນ 1: 200.000 ເຊິ່ງເປັນໂຄງການຊ່ວຍເຫຼືອລ້າ ຂອງລັດຖະບານ ສປ ຈີນ.

ທ່ານ ຫົວໜ້າພະແນກ ໃຫ້ຮູ້ຕື່ມວ່າ: ການພັດທະນາເຂື່ອນໄຟຟ້າ ແລະ ບໍ່ແຮ່ ຢູ່ແຂວງຈຳປາສັກ ນອກຈາກປະກອບສ່ວນງົບປະມານທາງກົງໃຫ້ ລັດຖະບານ ແລ້ວ, ຍັງມີທືນພັດທະນາຊຸມຊົນ ໃຫ້ແກ່ ບ້ານທີ່ຖືກກະທົບທາງກົງ ແລະ ທາງອ້ອມ,ເພື່ອພັດທະນາພື້ນຖານໂຄງລ່າງ,ປັບປຸບລະບົບຊີວິດການເປັນຢູ່ໃຫ້ດີຂຶ້ນ ອັນທີ່ພົ້ນເດັ່ນລວມມີ: ໂຄງການເຂື່ອນໄຟຟ້າດອນສະໂຮງໄດ້ຈັດຊື້ອຸປະກອນຂອງໂຄງການສ້າງຄວາມເຂັ້ມແຂງກາຜະລິດສິນຄ້າທ່າແຮງໃຫ່ແກ່ 5 ກຸ່ມການຜະລິດພາຍໃນເມືອງໂຂງ ມູນຄ່າ 18.522,38 ໂດລາສະຫະລັດ; ເຄື່ອງກໍ່ສ້າງ, ຕາໜ່າງກັນເຈື່ອນ ແລະ ໂທລະໂຄ່ງໃຫ້ກັບ 4 ບ້ານ ມູນຄ່າ 12.177 ໂດລາສະຫະລັດ; ກໍ່່ສ້າງທ່າເຮືອຂຶ້ນ-ລົງທ່າໂຮງໝໍຊຸມຊົນ ເມືອງໂຂງ ມູນຄ່າ 10.923,28 ໂດລາສະຫະລັດ; ສ້າງຫໍຫຼັກເມືອງໆເມືອງໂຂງ ມູນຄ່າ 4.583 ໂດລາສະຫະລັດ; ສ້ອມແປງອາຄານຮຽນ ແລະ ອຸປະກອນຮັັບໃຊ້ພາຍໃນໂຮງຮຽນມັດທະຍົມຕອນຕົ້ນບ້ານຫົວດອນສະດຳ ມູນຄ່າ 1.054 ໂດລາສະຫະລັດ; ຈັດຊື້ອຸປະກອນຊຸດເຄື່ອງກະຈາຍສຽງ (ໂທລະໂຄ່ງ) ຕັ່ງຈຳນວນ 30 ໜ່ວຍ ໃຫ້ບ້ານດອນພະເພັງ ມູນຄ່າ 1.615 ໂດລາສະຫະລັດ; ກໍ່ສ້າງ ແລະ ຕິດຕັ້ງໂຮງງານນໍ້າປະປາສໍາເລັດຮູບ ແລະ ວິດຖ່າຍ ບ້ານຫົວສະດໍາ ແລະ ບ້ານຫາງສະດໍາ, ບ້ານດອນສະໂຮງ ມູນຄ່າ155.739,558 ໂດລາສະຫະລັດ.(ພວມດໍາເນີນການກໍ່ສ້າງໄດ້ 70%); ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ໃຫ້ແກ່ບ້ານຍົກຍ້າຍຈັດສັນ ເມືອງປາກຊ່ອງ ແຂວງຈຳປາສັກ ມູນຄ່າ 25.253 ໂດລາສະຫະລັດ; ໂຄງການເຂື່ອນໄຟຟ້າເຊກະຕຳ: ໄດ້ກໍ່ສ້າງຕາຂ່າຍໄຟຟ້າ, ຕິດຕັ້ງໄຟຟ້າໃຫ້ແກ່ປະຊາຊົນເຂດບ້ານນ້ຳຕວດ ເມືອງປາກຊ່ອງ ມູນຄ່າ 350.439.362 ກີບ; ຕິດຕັ້ງປ້າຍເຕືອນຕາເສັ້ນທາງ ແຕ່ເຂດບ້ານນ້ຳຕວດມູນຄ່າ 85.951.125 ກີບ; ໄດ້ມອບທຶນ, ອຸປະກອນທາງດ້ານການສຶກສາ ໃຫ້ແກ່ໂຮງຮຽນປະຖົມ ບ້ານຕາຍຶກເສືອ ແລະ ອຸປະກອນສ້ອມແປງ ໃຫ້ແກ່ບ້ານ ອຸປະຊາ ມູນຄ່າ 186.738.000 ກີບ; ໂຄງການເຂື່ອນໄຟຟ້າເຊນ້ຳນ້ອຍ6 ໄດ້ກໍ່ສ້າງສະໂມສອນບ້ານ ໃຫ້ແກ່ບ້ານນ້ຳຕວດ ຈຳນວນເງິນ 194.432.861 ກີບ; ໂຄງການເຂື່ອນໄຟຟ້າເຊລະບຳ: ໄດ້ກໍ່ສ້າງຕາຂ່າຍໄຟຟ້າ 22 KV ໝໍ້ແປງ 100 KVA 1 ໜ່ວຍ ແລະ ຕາຂ່າຍ 0,4 KV ເພື່ອສະໜອງໃຫ້ປະຊາຊົນຢູ່ເຂດຈັດສັນໃໝ່ຂອງປະຊາຊົນທີ່ຖຶກຜົນກະທົບຈາກໄພພິບັດທຳມະຊາດປີ 2019 ຈຳນວນ 142 ຄອບຄົວທີ່ຈະຍົກຍ້າຍມາຢູ່ເຂດບ້ານພູໄກ່ໄຂ່ ເມືອງຊະນະສົມບູນ ແຂວງຈຳປາສັກ ມູນຄ່າ 861.526.012 ກີບ

ຂໍ້ມູນ: ສູນຂ່າວພະລັງງານ ແລະ ບໍ່ແຮ່

LEAVE A REPLY

Please enter your comment!
Please enter your name here