ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ເດີນທາງມາຮອດ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍ ປາກົດວ່າ: ທີມຈາກລາວລີກ 1 ມີເຖິງ 3 ທີມ, ສ່ວນທີມຈາກລາວລີກ 2 ຍັງເຫຼືອຢູ່ 1 ທີມ ກ່ອນຈັດວັດກັນຕໍ່ໃນວັນທີ 18 ກຸມພາ 2025.
ເມື່ອອາທິດທີ່ຜ່ານມາເປັນການແຂ່ງຂັນຮອບ 8 ທີມສຸດທ້າຍ ປາກົດວ່າ:
-ເວລາ 15:30 ນໍ້າທາ ຢູໄນເຕັດ ທີມຈາກລາວລີກ 1 ເປີດບ້ານເສຍໃຫ້ກັບ ເອສະຣາ ເອັຟຊີ ທີມຈາກລາວລີກ 1 ດ້ວຍຄະແນນ 1-5 ແຂ່ງຂັນ ທີ່ສະຫນາມກິລາແຂວງຫຼວງນໍ້າທາ
-ເວລາ 15:30 ທະຫານແຂວງຄຳມ່ວນ ທີມຈາກລາວລີກ 2 ເອົາຊະນະ ເຮືອເຫຼັກ ທີມຈາກລາວລີກ 2 ໄປດ້ວຍຄະແນນ 2-0 ແຂ່ງຂັນ ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ
-ເວລາ 15:30 ຊ້າງນ້ອຍ ທີມຈາກລາວລີກ 1 ເປີດບ້ານເອົາຊະນະ ສະຫວັນ ຢູໄນເຕັດ ທີມຈາກລາວລີກ 2 ດ້ວຍຄະແນນ 3-1 ແຂ່ງຂັນ ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ
-ເວລາ 15:30 ພີເອັມ ເຊກອງ ທີມຈາກລາວລີກ 2 ດວນຈຸດໂທດເສຍໃຫ້ກັບ ກອງທັບ ເອັຟຊີ ທີມຈາກລາວລີກ 1 ດ້ວຍຄະແນນ 1-3 ຫຼັງສະເໝີກັນ 1-1 ແຂ່ງຂັນທີ່ສະຫນາມກິລາແຂວງເຊກອງ.
ເຮັດໃຫ້ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ໄດ້ມາຄົບ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍ ປາກົດວ່າ: ທີມຈາກລາວລີກ 1 ມີເຖິງ 3 ທີມ, ສ່ວນທີມຈາກລາວລີກ 2 ຍັງເຫຼືອຢູ່ 1 ທີມ ກ່ອນຈັດວັດກັນຕໍ່ໃນວັນທີ 18 ກຸມພາ 2025 ຄື:
-ເວລາ 15:30 ໂມງ ເອສະຣາ ເອັຟຊີ ເປີດບ້ານຮັບການມາຢາມຂອງ ປກຊ ແຂວງຄໍາມ່ວນ ທີມຈາກລາວລີກ 2 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ເວລາ 15:30 ໂມງ ສະໂມສອນ ຊ້າງນ້ອຍ ເອັຟຊີ ເປີດບ້ານຮັບການມາຢາມຂອງ ກອງທັບ ເອັຟຊີ ແຂ່ງຂັນທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ.