ສະຫະພັນກ໊ອຟແຫ່ງຊາດລາວ ຈັບມືກັບ ສະມາຄົມກ໊ອຟຫວຽດນາມ ຍົກລະດັບການແຂ່ງຂັນກ໊ອຟໃນລາວ ໂດຍໃຊ້ແອັບໃນການນັບຄະແນນ

0
64

ສະຫະພັນກ໊ອຟແຫ່ງຊາດລາວ ລົງນາມຮ່ວມມຶືກັບ ສະມາຄົມກ໊ອຟຫວຽດນາມ ໃນຍົກລະດັບການແຂ່ງຂັນກ໊ອຟໃນລາວ ໂດຍໃຊ້ແອັບພລີເຄຊັນໃນການນັບຄະແນນ ( L Handicap ) ແບບທັນສະໄໝ ແລະ ທົ່ວໂລກຮັບຮູ້ ທີ່ມີມູນຄ່າ 2 ລ້ານໂດລາສະຫະລັດ ໂດຍພິທີລົງນາມເຊັນສັນຍາບົດບັນທຶກຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກຸມພາ 2025 ທີ່ວຽງຈັນ ພລາຊາ.

ໃຫ້ກຽດລົງສະໜາມການຮ່ວມມືເຖິງ 3 ສະບັບໄດ້ແກ່ສະບັບທໍາອິດ ທ່ານ ສິນຊານົງສັກ ຈັນທະສົມບັດ ຮອງປະທານ-ເລຂາທິການ ສະຫະພັນກີລາກ໊ອຟແຫ່ງຊາດລາວ ລົງນາມຮ່ວມກັບ ທ່ານ ຫວູ ຫງຽນ ຮອງປະທານສະມາຄົມກ໊ອຟອາຊີຕາເວັ້ນອອກສຽງໃຕ້ ແລະ ທັງເປັນເລຂາທິການ ສະມາຄົມກ໊ອຟຫວຽດນາມ; ສະບັບທີ 2 ລົງນາມໂດຍ ທ່ານ ຮສ ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟ ລົງນາມຮ່ວມກັບ ທ່ານ ດາວກວັກມິງ ປະທານສູນໂຄສະນາ ແລະ ພັດທະນາກີລາກ໊ອຟລາວ ແລະ ສະບັບທີ 3 ທ່ານ ດາວກວັກມິງ ປະທານສູນໂຄສະນາ ແລະ ພັດທະນາກີລາກ໊ອຟລາວ ລົງນາມຮ່ວມກັບ ທ່ານ ຫວູ ເຟືອງ ປະທານສູນໂຄສະນາ ແລະ ພັດທະນາກີລາກ໊ອຟຫວຽດນາມ ໂດຍມີບັນດາແຂກ ແລະ ພາສ່ວນທີ່ກ່ຽວຂ້ອງ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຫວູແອັງລອງ ຜູ້ຕາງໜ້າສະມາຄົມກີລາກ໊ອຟຫວຽດນາມ ໄດ້ກ່າວວ່າ: ສໍາລັບ ສະມາຄົມກີລາກ໊ອຟຫວຽດນາມ ຍິນດີທີ່ຈະເຂົ້າມາຊ່ວຍ ສະຫະພັນກີລາກ໊ອຟແຫ່ງຊາດລາວ ໃນການພັດທະນາການແຂ່ງຂັນ, ນັກກີລາ ແລະ ອື່ນໆ ໂດຍສະເພາະການລົງນາມສັນຍາຮ່ວມມືຄັ້ງ ຈະເປັນສິ່ງສໍາຄັນເຮັດໃຫ້ ສປປ ລາວ ໄດ້ຍົກລະດັບການແຂ່ງຂັນ, ພັດທະນານັກກີລາ ແລະ ລະບົບການແຂ່ງຂັນ ໂດຍສະເພາະພວກເຮົາຈະຊ່ວຍເຫຼືອເບື້ອງຕົ້ນໃນການໃຊ້ແອັບ ເພື່ອນັບຄະແນນ, ເຂົ້າເບິ່ງການແຂ່ງຂັນ, ລາຍການ ແລະ ອື່ນໆ ທົ່ວຈະໄດ້ຮັບຮູ້ເຖິງການແຂ່ງຂັນ ແລະ ຄະແນນຂອງການຈັດແຂ່ງຂັນໃນ ສປປ ລາວ.

ຂະນະດຽວກັນ ທ່ານ ຮສ ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟ ກ່າວວ່າ: ການລົງນາມສັນຍາຮ່ວມມືຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພາະທາງສະມາຄົມຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອລ້າໆໃນໄລຍະເບື້ອງຕົ້ນ ໂດຍສະເພາະແມ່ນການມາພັດທະນາການແຂ່ງຂັນກ໊ອຟໃນ ສປປ ລາວ ຈະໄດ້ນໍາໃຊ້ແອັບນັບຄະແນນມູນຄ່າເຖິງ 2 ລ້ານໂດລາສະຫະລັດ, ຊ່ວຍຝຶກອົບຮົມຄູຝຶກ ແລະ ຊ່ວຍໃນການພັດທະນານັກກ໊ອຟເຍົາວະຊົນລາວ ໃຫ້ຫຼາຍຂຶ້ນ ເນື່ອງ ຫວຽດນາມ ມີປະສົບການ ແລະ ປະສົບຜົນສໍາເລັດໃນການພັກດັນນັກກ໊ອຟເຍົາຊົນວະຊົນ ກ່າວສູ່ທີມຊາດ ເຊິ່ງພວກເຮົາຈະໄດ້ນໍາເອົາບົດຮຽນດັ່ງກ່າວມາສ້າງນັກກີລາຮຸ່ນສືບທອດໃນລາວ ກ້າວສູ່ທີມຊາດໃນອະນາຄົດ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here