ທ່ານ ໄຊອຸດົມ ດາລາວົງ ຫົວໜ້າກຸ່ມບ້ານພູແທ່ນ ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງຫຼາ ຄັ້ງທີ XII ໃນວັນທີ 6 ກຸມພາ 2025 ທີ່ສະໂມສອນເມືອງ ວ່າ: ກຸ່ມບ້ານພູແທ່ນ ແມ່ນກຸ່ມໜຶ່ງທີ່ຕັ້ງຢູ່ທາງທິດເໜືອ ຫ່າງຈາກເທສະບານເມືອງ ປະມານ 30 ກິໂລແມັດ, ທິດເໜືອຕິດກັບເມືອງຂວາ ແຂວງຜົ້ງສາລີ, ທິດໃຕ້ຕິດກັບກຸ່ມບ້ານຕາດມ່ວນ, ທິດຕາເວັນອອກ ຕິດກັບກຸ່ມສຳພັນໄຊ ແລະ ທິດຕາເວັນຕົກຕິດກັບເມືອງນາໝໍ້ ປະກອບມີ 6 ບ້ານ ຄື: ບ້ານປາງສົມ, ບ້ານພູແທ່ນ, ບ້ານລາງລິງ, ບ້ານໂພນສະຫວັດ, ບ້ານປາງສະບັດ ແລະ ບ້ານພູສະຖີ ມີພົນລະເມືອງທັງໝົດ 2.388 ຄົນ, ມີ 2 ເຜົ່າ ອາໄສຢູ່ຮ່ວມກັນ ຄື: ເຜົ່າກຶມມຸ ແລະ ເຜົ່າອາຄາ.

ເມື່ອກ່ອນປະຊາຊົນເຂດພູແທ່ນ ເຄີຍຢຶດຖືອາຊີບການຖາງປ່າເຮັດໄຮ່, ເຮັດສວນ, ປູກຂ່າ, ໝາກແໜ່ງ ແລະ ລ້ຽງສັດຈຳນວນໜຶ່ງ ແຕ່ອາຊີບດັ່ງກ່າວ ກໍບໍ່ສາມາດຕອບສະໜອງຄວາມຕ້ອງການທາງດ້ານລາຍຈ່າຍຂອງແຕ່ລະຄອບຄົວ ຈຶ່ງພາໃຫ້ມີຫຼາຍຄອບຄົວພົບຄວາມຫຍຸ້ງຍາກຂາດເຂີນທາງດ້ານຊີວິດການເປັນຢູ່.
ມາຮອດກອງປະຊຸມໃຫຍ່ອົງຄະນະພັກເມືອງຫຼາ ຄັ້ງທີ XI ພາຍໃຕ້ການຊີ້ນໍາ – ນໍາພາ ຂອງອົງຄະນະພັກເມືອງ ແລະ ການນໍາພັກ – ລັດແຕ່ລະຂັ້ນ ຈຶ່ງໄດ້ມີການຫັນເອົາແນວທາງແຜນນະໂຍບາຍມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເປັນອັນລະອຽດ, ດັ່ງນັ້ນມາຮອດປີ 2017 ກຸ່ມພູແທ່ນພວກເຮົາກໍໄດ້ຮັບທຶນຈໍານວນໜຶ່ງ ໂດຍສະເພາະແມ່ນການສົ່ງເສີມ ເພື່ອຫັນປ່ຽນອາຊີບ ໂດຍອີງໃສ່ທ່າແຮງ, ເງື່ອນໄຂ ແລະ ສະພາບແວດລ້ອມທາງດ້ານດິນຟ້າອາກາດ.

ດັ່ງນັ້ນ, ພັກ – ລັດ ຈຶ່ງໄດ້ຍາດແຍ່ງເອົາໂຄງການສົ່ງເສີມການປູກຊາ ແລະ ອະນຸລັກຕົ້ນຊາທຳມະຊາດ ເຂົ້າມາຊຸກຍູ້ສົ່ງເສີມໃຫ້ປະຊາຊົນຈັດຕັ້ງປະຕິບັດ ເພື່ອສ້າງລາຍໄດ້ທີ່ໝັ້ນຄົງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ການຖາງປ່າເຮັດໄຮ່ເທື່ອລະກ້າວ.
ຕາມການເກັບກຳຂໍ້ມູນຕົວຈິງຂອງບ້ານລາງລິງ ໄດ້ມີການປົກປັກຮັກສາຕົ້ນຊາທຳມະຊາດ ທັງໝົດ 3.148 ຕົ້ນ, ໃນປີ 2024 ປະຊາຊົນພາຍໃນບ້ານລາງລິງ ໄດ້ເກັບໃບຊາທີ່ເກີດຈາກທຳມະຊາດ ແລະ ຊາປູກ ໄດ້ທັງໝົດ 2.400 ກິໂລ, ສົ່ງຂາຍໃຫ້ບໍລິສັດ ລວມລາຍຮັບທັງໝົດ 48.000.000 ກີບ, ສະເລ່ຍລາຍຮັບໃສ່ພົນລະເມືອງພາຍໃນບ້ານ ໄດ້ປະມານ 196.700 ກີບຕໍ່ຄົນ.

ປັດຈຸບັນມີ ບໍລິສັດ ຊາຄິງສະຫວ່າງ ຈຳກັດ ຈາກ ສປ ຈີນ ໄດ້ເຂົ້າມາລົງທຶນ ແລະ ນໍາເອົາເບ້ຍຊາມາໃຫ້ປະຊາຊົນທົ່ວເຂດພູແທ່ນປູກ ລວມທັງໝົດ 599.450 ເບ້ຍ ແລະ ທ່ານ ບຸນປັນ ນັກທຸລະກິດຈະເກັບຊື້ຊາທຳມະຊາດ ໃນປີໜຶ່ງໃຫ້ໄດ້ 5.000 ກິໂລ, ປະຊາຊົນຈະມີລາຍຮັບ 100 ລ້ານ. ຄາດວ່າອີກ 5 ປີຂ້າງໜ້າ ປະຊາຊົນຈະມີລາຍຮັບຈາກການຂາຍຊາ ໄດ້ 25.000 ກິໂລ, ມີລາຍຮັບເຖິງ 500 ລ້ານກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ປະມານ 2.049.000 ກີບຕໍ່ຄົນຕໍ່ປີ ເຊິ່ງຈະເປັນອີກທ່າແຮງໜຶ່ງໃນການພັດທະນາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງວາງໄວ້.