ກຳປູເຈຍ ຕັ້ງເປົ້າພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 6,3% ໃນປີ 2025

0
74

ທ່ານ ອັງ ລູກາ ຫົວໜ້າຫ້ອງການນະໂຍບາຍ ກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ຄາດຄະເນວ່າ: ເສດຖະກິດຂອງ ກຳປູເຈຍ ຈະຂະຫຍາຍຕົວ 6,3% ໃນປີ 2025 ເຊິ່ງຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ ( GDP ) ເພີ່ມຂຶ້ນເປັນ 51,3 ຕື້ໂດລາ.

ເສດຖະກິດກຳປູເຈຍ ໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າເພື່ອການເດີນທາງ ລວມທັງການທ່ອງທ່ຽວ, ການກໍ່ສ້າງ, ອະສັງຫາລິມະຊັບ ແລະ ກະສິກໍາ.

ไม่มีคำอธิบายรูปภาพ

ຂະແໜງອຸດສາຫະກຳ ໂດຍສະເພາະເຄື່ອງນຸ່ງຫົ່ມ ແລະ ການກໍ່ສ້າງ ຄາດວ່າຈະຂະຫຍາຍຕົວ 9,3%, ສ່ວນຂະແໜງບໍລິການ ໂດຍສະເພາະການທ່ອງທ່ຽວ, ການຂົນສົ່ງ ແລະ ໂທລະຄົມມະນາຄົມ, ການຄ້າ ແລະ ອະສັງຫາລິມະຊັບ ມີທ່າອ່ຽງຂະຫຍາຍຕົວ 4,8% ແລະ ຂະແໜງກະສິກຳ ມີທ່າອ່ຽງຂະຫຍາຍຕົວ 0,9%.

ທ່ານ ອັງ ລູກາ ກ່າວໃນກອງປະຊຸມທ່າອ່ຽງເສດຖະກິດ ກຳປູເຈຍ ປີ 2025 ວ່າ: ຂະແໜງການກໍ່ສ້າງ ແລະ ອະສັງຫາລິມະຊັບ ຄາດວ່າຈະຂະຫຍາຍຕົວຊ້າໃນປີນີ້. ຂະແໜງການກໍ່ສ້າງມີທ່າອ່ຽງຂະຫຍາຍຕົວ 2,5% ແລະ ຂະແໜງອະສັງຫາລິມະຊັບ ມີທ່າອ່ຽງຂະຫຍາຍຕົວ 2,8%.

ນອກນີ້, ເສດຖະກິດກຳປູເຈຍ ຄາດວ່າມີອັດຕາການຂະຫຍາຍຕົວ 6% ໃນປີ 2024.

LEAVE A REPLY

Please enter your comment!
Please enter your name here