ນັກວິເຄາະຄາດວ່າ ລາຄາຄຳປີນີ້ ອາດຈຸລະດັບ 3 ພັນໂດລາສະຫະລັດຕໍ່ອອນ ຫຼັງປັບຂຶ້ນແລ້ວ 11%.
ການຂຶ້ນພາສີຂອງສະຫະລັດອາເມຣິກາ ໄດ້ສ້າງຄວາມກັງວົນໃຫ້ແກ່ນັກລົງທຶນ ເກີດການແຫ່ໄປຊື້ຄຳຂຶ້ນອີກຄັ້ງ ສົ່ງຜົນໃຫ້ລາຄາຄຳ ເຊິ່ງເປັນສິນຊັບປອດໄພພຸ່ງສູງຂຶ້ນເປັນປະຫວັດການ ສູ່ລະດັບ 2.900 ໂດລາສະຫະລັດຕໍ່ອອນ ໃນຄືນວັນຈັນຜ່ານມາ ແລະ ເຮັດໃຫ້ຫຼາຍຝ່າຍເລີ່ມກ່າວເຖິງຄວາມເປັນໄປໄດ້ຂອງລາຄາ 3.000 ໂດລາສະຫະລັດ.
ທັງນີ້, ລາຄາຄຳ Spot ພຸ່ງຈຸລະດັບສູງສຸດເປັນປະຫວັດການທີ່ 2.911,3 ໂດລາສະຫະລັດຕໍ່ອອນ ວັນຈັນທີ 10 ກຸມພາ ເຊິ່ງເປັນລະດັບສູງສຸດເປັນປະຫວັດການ ຄັ້ງທີ 7 ແລ້ວ ໃນປີ 2025 ໂດຍປີນີ້ລາຄາຄຳຂຶ້ນເກືອບ 11% ແລ້ວ ຫຼັງຈາກຂຶ້ນເຖິງ 27% ໃນປີ 2024.
ທັງນີ້, ປະທານາທິບໍດີສະຫະລັດອາເມຣິກາ ໄດ້ລົງນາມຄຳສັ່ງຈັດວາງອັດຕາພາສີເຫຼັກ ແລະ ອາລູມີນຽມ ນຳເຂົ້າ 25% ຈາກທົ່ວໂລກ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 4 ມີນາ ເຊິ່ງນັບເປັນພາສີຕົວຫຼ້າສຸດ ຫຼັງຈາກທີ່ສະຫະລັດອາເມຣິກາ ຈັດເກັບພາສີ 10% ກັບສິນຄ້ານຳເຂົ້າຈາກຈີນໄປແລ້ວ ເມື່ອວັນທີ 4 ກຸມພາ 2025.