ສະຫະພາບເອີຣົບ ຈະລົງທຶນ 200 ຕື້ເອີໂຣ ເພື່ອຊຸກຍູ້ການພັດທະນາ AI

0
70

ທ່ານ ນາງ Ursula von der Leyen ປະທານຄະນະກຳມະການສະຫະພາບເອີຣົບ ໄດ້ປະກາດຂໍ້ລິເລີ່ມ ” ລົງທຶນໃນດ້ານ AI ” ໃນກອງປະຊຸມສຸດຍອດການເຄື່ອນໄຫວ AI ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍມີແຜນຈະລະດົມທຶນ 200 ຕື້ເອີໂຣ ເພື່ອຊຸກຍູ້ການພັດທະນາ AI.

ປະທານຄະນະກຳມະການສະຫະພາບເອີຣົບ ແຈ້ງໃຫ້ຮູ້ວ່າ: ຂໍ້ລິເລີ່ມດັ່ງກ່າວນີ້ ຈະຈັດຕັ້ງ 20 ຕື້ເອີໂຣ; ໃນນັ້ນ ລວມທັງກອງທຶນເອີຣົບໃໝ່ ທີ່ມີມູນຄ່າ 20 ຕື້ເອີໂຣ ເພື່ອພັດທະນາບັນດາໂຮງງານ AI ທີ່ມີຂອບຂະໜາດໃຫຍ່ ເພື່ອສ້າງພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ ເອີຣົບ ກາຍເປັນສູນພັດທະນາ AI ແຖວໜ້າໂລກ.

ເຕັກໂນໂລຊີ AI ຈະປະກອບສ່ວນປົວແປງການບໍລິການເບິ່ງແຍງສຸຂະພາບ, ຊຸກຍູ້ການຄົ້ນຄວ້າ ແລະ ປ່ຽນແປງໃໝ່, ພ້ອມທັງຍົກສູງຄວາມສາມາດແກ່ງແຍ່ງ. ທ່ານກໍສະແດງຄວາມປາຖະໜາວ່າ AI ຈະກາຍເປັນກຳລັງໜູນຊຸກຍູ້ການເຕີບໂຕ ແລະ ນຳມາເຊິ່ງຜົນປະໂຫຍດລວມ.

LEAVE A REPLY

Please enter your comment!
Please enter your name here