ໃນວັນທີ 13 ກຸມພາ 2025 ໄດ້ມີພິທີເປີດງານ ຕະຫຼາດນັດວາງສະແດງ ຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 28 ປະຈໍາປີ 2025 ຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານເຈົ້າເມືອງ, ພະແນກການອ້ອມຂ້າງ ຊາວຄ້າຂາຍ ແລະ ພາກທຸລະກິດເຂົ້າຮ່ວມ.
ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງໄດ້ກ່າວວ່າ: ການຈັດງານຕະຫຼາດນັດໃນຄັ້ງນີ້ ແມ່ນຂະບວນການສຳຄັນໜຶ່ງໃນການຊຸກຍູ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງນາຊາຍທອງ ແຕ່ປີ 2025-2029 ຍົກສູງຄວາມສາມາດນໍາພາ ຂອງອົງຄະນະພັກເມືອງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານພັດທະນາຕາມທິດຜັນຂະຫຍາຍເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສົ່ງເສີມການຜະລິດກະສິກໍາສະອາດ, ຫັດຖະກຳ, ອຸດສະຫະກໍາປຸງແຕ່ງ ຕິດພັນກັບການທ່ອງທ່ຽວສີຂຽວ ແລະ ຍືນຍົງ ແນໃສ່ກະຕຸກຊຸກຍູ້ການຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນດ້ານຕ່າງໆເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ເມືອງນາຊາຍທອງ ດ້ວຍການຫັນເອົານະໂຍບາຍ 3 ສ້າງເຂົ້າສູ່ລວງເລິກ, ທັງເປັນການເປີດໂອກາດໃຫ້ບັນດາຄອບຄົວຕົວແບບ, ຜະລິດສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳ, ຕາມທິດ 1 ບ້ານ 1 ຜະລິດຕະພັນ 1 ເມືອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ, ໄດ້ແລກປ່ຽນບົດຮຽນ ແລກປ່ຽນປະສົບການ, ເຕັກນິກ, ວິທະຍາສາດ ແລະ ເຕັກໂນໂລຢີນໍຳກັນເພື່ອພ້ອມກັນຍົກລະດັບສະມັດຕະພາບການຜະລິດສິນຄ້າໃຫ້ນັບມື້ນັບສູງຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ
ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ກ່າວວ່າ: ເມືອງນາຊາຍທອງມີ 6 ກຸ່ມ 54 ບ້ານ ມີປະຊາກອນທັງໝົດ 92.910 ຄົນ, ຍິງ 46.045 ຄົນ ງານຕະຫຼາດນັດຄັ້ງທີ 28 ມີຫ້າງຮ້ານເຂົ້າຮ່ວມ 345 ຮ້ານ ໃນນັ້ນປະກອບມີ ກົມກອງລວມໝູ່ ແລະ ຫ້ອງການອ້ອມຂ້າງ ເມືອງມີ 10 ຮ້ານ, ຜະລິດຕະພັນໂອດ໊ອບພາຍໃນເມືອງ 5 ຮ້ານ, ຄອບຄົວຕົວແບບເປັນສິນຄ້າ 50 ຮ້ານ, ຜົນຜະລິດຂອງປະຊາຊົນພາຍໃນ 54ບ້ານມີ 40 ຮ້ານ, ໂຮງຈັກ-ໂຮງງານ, ໂຮງຊ່າງຫັດຖະກໍາ 12 ຮ້ານ, ໂຮງງານເຟີນິເຈີ້ 1 ຮ້ານ, ບໍລິສັດຕົວແທນຈໍາໜ່າຍສິນຄ້າຜະລິດຕະພັນມີ 13 ຮ້ານ, ຜະລິດຕະພັນໂອດ໊ອບຕ່າງເມືອງມີ 1 ຮ້ານ,
ຜະລິດຕະພັນໂອດ໊ອບຕ່າງແຂວງມີ 3 ຮ້ານ, ຜະລິດຕະພັນສິນຄ້າຕ່າງເມືອງມີ 20 ຮ້ານ, ຕ່າງແຂວງມີ 15 ຮ້ານ, ບັນດາຮ້ານບໍລິການ ແລະ ຂາຍສິນຄ້າທົ່ວໄປມີ 105 ຮ້ານ, ຮ້ານກີນດື່ມຮ້ານອາຫານມີ 40 ຮ້ານ ແລະ ຮ້ານເຂົ້າຫຼາມ, ປີ້ງໄກ່ 30 ຮ້ານ. ເຊີ່ງມູນຄ່າສິນຄ້າລວມພາຍໃນງານມີທັງໝົດ 8,5 ຕື້ກວ່າກີບ ເມື່ອທຽບໃສ່ປີ2024 ເຫັນວ່າມີມູນຄ່າເພີ່ມຂຶ້ນ 5% ນອກຈາກການວາງສະແດງ ແລະ ຂາຍສິນຄ້າແລ້ວ ພາຍໃນງານຍັງມີກິດຈະກໍາຕ່າງໆ ເປັນຕົ້ນແມ່ນ ການເສບງັນມ່ວນຊື່ນ, ລໍາວົງສາມັກຄີ, ການແຂ່ງຂັນກີລາເປຕັງ, ສິນລະປະວັນນະຄະດີ, ມີຊີງຊ້າມ້າໝູນ ແລະ ການລະຫຼິ້ນອື່ນໆຕະຫຼອດງານ.
ງານຕະຫຼາດນັດວາງສະແດງ ຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ເມືອງນາຊາຍທອງ ແມ່ນໄດ້ດໍາເນີນ ໃນລະຫວ່າງ ວັນທີ 13-17 ກຸມພາ 2025 ທີ່ເດີນຂ້າງສະຖານີໄຟຟ້າ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.