ບໍລິສັດ ເບຍລາວ ຈໍາກັດ ກາຍເປັນຜູ້ສະໜັບສະໜູນຫຼັກ ໃນການຈັດການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ 3 ລະດູການ 2024-2027 ມູນຄ່າ 4.200.000.000 ກີບ ເມື່ອວັນທີ 13 ກຸມພາ 2024 ທີ່ຮ້ານອາຫານ Hard Rock Cate ນະຄອນຫຼວງວຽງຈັນ ສປປ ລາວ.
ພິທີຖະແຫຼງຂ່າວ ຜູ້ສະໜັບສະໜູນຫຼັກ ຈັດການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຈັດຂຶ້ນໃນຕອນແລງຂອງວັນດັ່ງກ່າວ ໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ໄດ້ຕາງມອນເງິນໃນການສະໜັບສະໜູນຈໍານວນ 4.200.000.000 ກີບ ໃຫ້ກຽດຮັບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີຕາງໜ້າຈາກ 2 ພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂອບໃຈບໍລິສັດ ເບຍລາວ ຈໍາກັດ ທີ່ໃຫ້ການສະໜັບສະໜູນຫຼັກ ໃນການຈັດການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ 3 ປີ ( 2024/2025, 2025/2026 ແລະ 2026/2027 ) ໂດຍຈະໃຊ້ເງິນຈໍານວນນີ້ເຂົ້າໃນການຈັດການແຂ່ງຂັນ, ການເດີນທາງ ແລະ ອື່ນໆ ເພາະລາຍການນີ້ເປັນລາຍການສໍາຄັນ ຈະໄດ້ເຮັດສະໂມສອນທົ່ວປະເທດລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຄວາມແຂງແກ່ນ ເນື່ອງຈາກລາຍການນີ້ແມ່ນຈະຈໍາເອົາທີມຈາກລາວລີກ 1 ແລະ ລາວລີກ 2 ມາແຂ່ງຂັນນໍາກັນ ແບບເປີດກວ້າງ ແລະ ໃຫ້ໂອກາດນັກເຕະລາວໄດ້ສະແດງຄວາມສາມາດ ເຊິ່ງຮອບຄັດເລືອກທີ່ຜ່ານມາກໍໄດ້ເຫັນນັກເຕະລາວ ຫຼາຍໆຄົນມີທັກສະແລະ ຄວາມສາມາດຈະກາຍເປັນຕົວເລືອກຂອງທີມຊາດລາວ ໃນອະນາຄົດ ໂດຍທີມທີ່ໄດ້ສິດມາແຂ່ງຂັນຈະເປັນທີມຈາກລາວລີກ 1, ສ່ວນທີມຈາກລາວລີກ 2 ຈະຕ້ອງໄດ້ຜ່ານການແຂ່ງຂັນລາວລີກ 2 ຢູ່ພາຍໃນແຕ່ລະແຂວງກ່ອນຈິ່ງສາມາດມາຮ່ວມໄດ້.
ຂະນະດຽວກັນ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ເບຍລາວ ຈໍາກັດ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບວົງການກີລາລາວ ເຊິ່ງຄັ້ງນີ້ກໍເປັນອີກຄັ້ງໜຶ່ງທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າໃນການຈັດການແຂ່ງຂັນບານເຕະຊີງຂັນພະນະທ່ານ ນາຍົກ ລັດຖະມົນຕີ ເພື່ອເປັນການສົ່ງເສີມ ແລະ ພັດທະນາບານເຕະລາວ ກ້າວສູ່ສາກົນ ໂດຍສະເພາະລາຍການນີ້ຈະເປັນໂອກາດໃຫ້ກັບນັກເຕະລາວ ທົ່ວປະເທດໄດ້ມີເວທີໃນການແຂ່ງຂັນ, ພັດທະນາຕົວເອງ ແລະ ກາຍເປັນຕົວເລືອກຂອງທີມຊາດລາວໃນອະນາຄົດ.
ສໍ
າລັບ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ 2024/2025 ແມ່ນກໍາລັງເຂັ້ມຂຸ້ນ ແລະ ດໍາເນີນມາຮອດ 8 ທີມສຸດທ້າຍແລ້ວປາກົດວ່າ: ທີມຈາກລາວລີກ 1 ຜ່ານເຂົ້າມາຮອບນີ້ 4 ທີມ ແລະ ທີມຈາກ ລາວລີກ 2 ຈໍານວນ 4 ທີມ ກໍາລົງແຂ່ງຂັນກັນຢ່າງເບີກບານມ່ວນຊື່ນ ແລະ ເຫັນນັກເຕະໜ້າໃໝ່ທີ່ມີຄວາມສາມາດຫຼາຍຄົນ.
ຂ່າວ-ຮູບ: Larh Creators