ປກສ ແຂວງອຸດົມໄຊ ພະແນກຕໍາຫລວດມອດໄຟ ລາຍງານວ່າ: ເວລາປະມານ 21:00 ໂມງຂອງ ວັນທີ 11 ກຸມພາ 2025 ເກີດເຫດເຮືອນປະຊາຊົນເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ມອດໄຟໃຊ້ເວລາ 3 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້.
ຈາກເຫດການດັ່ງກ່າວ ບໍ່ມີຄົນໄດ້ຮັບບາດເຈັບ ຫລື ເສຍຊີວິດ ສ່ວນເຮືອນ ໄດ້ຮັບຄວາມເສຍຫາຍ 1 ຫລັງ ເປັນເຮືອນ 2 ຊັ້ນເຄິ່ງໄມ້, ເງິນສົດຖືກໄຟໄໝ້ 800 ລ້ານກວ່າກີບ, ເງິນຢວນ 50,000 ຢວນ, ຄຳ 2 ບາດ ແລະ ເຄື່ອງໃຊ້ໃນເຮືອນຕື່ມອີກ, ສ່ວນເຮືອນອ້ອມຂ້າງແມ່ນເສຍຫາຍເລັກໜ້ອຍ.
ສ່ວນສາເຫດ ເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຮັບຊາບຕື່ມ.