ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ

0
140

ອາທິດແລ້ວນີ້ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດພະນັກງານຈໍານວນໜຶ່ງອອກພັກການ-ຮັບອຸດໜູນບໍານານ ເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ອາລຸນກອນ ຈັນມາລາ ຫົວໜ້າພະແນກນະໂຍບາຍ ແລະ ຍ້ອງຍໍ ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະສະຖາບັນ, ສູນ, ພະແນກ, ຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 4 people, dais and text
ທ່ານ ອາລຸນກອນ ຈັນມາລາ ໄດ້ຜ່ານຂໍ້ຕົກລົງລັດຖະມົນຕີ ສຶກສາທິການ ແລະກິລາ ວ່າດ້ວຍການອະນຸມັດພະນັກງານລັດຖະກອນ ອອກພັກການ-ຮັບອຸດໜູນບໍານານ ຈໍານວນ 6 ທ່ານ ຄື: ທ່ານ ຈັນທະລາ ພິລົມລາສັກ ອະດີດຮອງຜູ້ອໍານວຍການສູນ ພັດທະນາສື່ການຮຽນການສອນ, ທ່ານ ບົວລີ ວົງໂພສີ ອະດີດຫົວໜ້າຂະແໜງໂທລະພາບ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ນາງ ຈຸນລາ ເຂັມທອງ ອະດີດຫົວໜ້າຂະແໜງພັດທະນາຫຼັກສູດກ່ອນໄວຮຽນ ສູນພັດທະນາຫຼັກສູດ, ທ່ານ ນາງ ອໍາມະລີ ອາລະເທບ ອະດີດຮອງຫົວໜ້າຂະແໜງພາສາອັງກິດ ສູນພາສາຕ່າງປະເທດ, ທ່ານ ນາງ ທອງສະຫວັນ ນາມມະວົງ ອະດີດຮອງຫົວໜ້າຫໍສະໝຸດ ພະແນກບໍລິຫານ, ຄົ້ນຄວ້າສັງລວມ ແລະ ຫ້ອງສະໝຸດ ແລະ ທ່ານ ຄໍາພູວຽງ ອິນທະວົງ ວິຊາການຂະແໜງວິທະຍຸ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

May be an image of 4 people
ໂອກາດດຽວກັນ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງທັງ 6 ທ່ານ ທີ່ໄດ້ປະກອບສ່ວນວຽກງານວິຊາສະເພາະ ແລະ ວຽກງານຮ່ວມມືຕ່າງໆ ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຫຼາຍດ້ານ ພ້ອມທັງອວຍພອນໃຫ້ສຶບຕໍ່ມີຊີວິດທີ່ສົມບູນ, ມີຄວາມຜາສຸກ ອາຍຸຍືນຍາວໝັ້ນ ແລະ ສືບຕໍ່ໃຫ້ຄໍາປຶກສາ ແລະ ບົດຮຽນອັນດີແກ່ພະນັກງານຮຸ່ນສືບທອດ ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະນໍາ ແລະ ວິຊາການພາຍໃນສະຖາບັນ ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ຄວາມຮັບຜິດຊອບສູງ ຕ້ອງມີຄວາມເປັນເອກະພາບ ແລະ ສາມັກຄີເປັນປຶກແຜ່ນ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນທີ່ຖືກມອບໝາຍ ເພື່ອເຮັດໃຫ້ວຽກງານການສຶກສາມີການພັດທະນາທີ່ດີຂຶ້ນ.

May be an image of 14 people and text
ຂ່າວ-ພາບຈາກສຶກສາ

LEAVE A REPLY

Please enter your comment!
Please enter your name here