ກ່ອນໜ້ານີ້ ໃນວັນຄູແຫ່ງຊາດໃນປີທີ່ຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ວາງແຜນຈະໃຊ້ ພະນັກງານນັກຮົບ ຊ່ວຍສອນນັກຮຽນເຂດຫ່າງໄກສອກຫຼີກ ຫຼ້າສຸດ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ກະຊວງກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ແກ່ພະນັກງານນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I ປະຈໍາສົກຮຽນ 2025-2026 ໃນລະຫວ່າງວັນທີ 8-13 ກຸມພາ 2025 ທີ່ວິທະຍາໄລຄູ ແຂວງສະຫວັນນະເຂດ
ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ສຈ.ປອ ວົງຄໍາ ພົມມະກອນ ກ່າວວ່າ: ການເປີດຝຶກອົມຮົມຄັ້ງນີ້, ແມ່ນເພື່ອຍົກລະດັບວິຊາຊີບຄູໃຫ້ນາຍ ແລະ ພົນທະຫານມີຄວາມຮູ້ຄວາມສາມາດໃນການສິດສອນ ແນໃສ່ຍົກສູງຄຸນນະພາບໃນການສິດສອນໃຫ້ມີຄວາມຊໍານິຊໍານານ ຖືກຕາມຫຼັກການຂອງວິຊາຄູ ເພື່ອນໍາໄປສອນໃຫ້ຫຼາຍນ້ອຍນັກຮຽນຢູ່ເຂດຮ່າງໄກສອກຫຼີກ. ພາຍຫຼັງຝຶກອົບຮົມສໍາເລັດແລ້ວ, ແຕ່ລະສະຫາຍໃຫ້ຮູ້ທໍານຽມວິຊາຄູ, ຮູ້ສ້າງແຜນການສອນ, ຮູ້ບາດກ້າວຂຶ້ນດໍາເນີນການສອນ, ການສົ່ງຄວາມຮູ້, ການແຕ່ງບົດສອນ ແລະ ອື່ນໆ ທີ່ພົວພັນເຖິງການຮຽນການສອນ, ກຳແໜ້ນທິດສະດີ-ຫຼັກການ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານການສອນໃຫ້ຖືກຕ້ອງ ແລະ ສອດຄອງກັບສະພາບການຕົວຈິງ.
ໂອກາດດຽວກັນ, ທ່ານ ປອ ສໍາລານ ພັນຄະວົງ ໄດ້ກ່າວວ່າ: ການຈັດຝຶກອົບຮົມດັ່ງກ່າວ, ແມ່ນເພື່ອແກ້ໄຂການຂາດແຄນຄູສອນ, ການປະລະການຮຽນຂອງນັກຮຽນ ແລະ ແນໃສ່ປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນໃນເຂດຫ່າງໄກສອກຫຼີກ; ເພື່ອສ້າງຂີດຄວາມສາມາດໃຫ້ແກ່ບັນດານາຍ ແລະ ພົນທະຫານໃຫ້ມີຄວາມພ້ອມໄປປະຕິບັດໜ້າທີ່ສອນຊ່ວຍຢູ່ໂຮງຮຽນເຂດຊາຍແດນ ໄດ້ມີຄວາມຮັບຮູ້, ເຂົ້າໃຈໃນວິຊາຊີບຄູ, ຫຼັກສູດຊັ້ນປະຖົມສຶກສາ ໂດຍສະເພາະແມ່ນການນໍາໃຊ້ຄູ່ມືຄູ, ປຶ້ມແບບຮຽນ ແລະ ວິທີການຈັດກິດຈະກໍາການຮຽນການສອນ ຊັ້ນປະຖົມສຶກສາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອເຮັດໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ໄດ້ຮຽນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.
ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ປະກອບມີຫຼາຍເອກະສານທີ່ສຳຄັນ ເປັນຕົ້ນແມ່ນ ຫຼັກສູດວິທະຍາສາດ ແລະ ສິງແວດລ້ອມຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາວິທະຍາສາດທຳມະຊາດ, ຫຼັກສູດຄະນິດສາດຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາຄະນິດສາດ, ຫຼັກສູດພາສາລາວຂັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາພາສາລາວ, ແຕ່ງບົດສອນ ແລະ ສອນທົດລອງ ເພື່ອໃຫ້ຄະແນນ ຊຶ່ງລວມ 69 ຊົວໂມງ (ຕາມແຜນການ) ຈຶ່ງຈະສໍາເລັດ.
ໂດຍ ດາວຫວຽດ
ເລີ່ມການຍົກລະດັບວິຊາຄູ ຊັ້ນປະຖົມສຶກສາ ໂດຍໃຫ້ພະນັກງານນັກຮົບ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ
12 Feb 2025