ການແຂ່ງຂັນກີລາເຕະບານ ຊີງຂັນສະຫາຍເລຂາຄະນະບໍລິຫານງານ ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2025 ຫຼື ລາຍການ Lao Youth Union Cup 2025 ໄດ້ມາແລ້ວ 8 ທີມສຸດທ້າຍ ຫຼັງຈາກສໍາເລັດຮອບແບ່ງກຸ່ມທີ່ໃຊ້ເວລາແຂ່ງຂັນເຖິງເກືອບ 1 ເດືອນ ໂດຍຮອບ 8 ທີມຈະເລີ່ມແຂ່ງຂັນໃນວັນທີ 14 ກຸມພາ 2025.
ສໍາລັບ ການແຂ່ງຂັນມີ 24 ທີມແບ່ງອອກເປັນ 4 ກຸ່ມ ພົບກັນໝົດໃນກຸ່ມ ແລ້ວຄັດເອົາ ທີ 1 ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
-ກຸ່ມ A : ສານປະຊາຊົນສູງສຸດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການໄອຍາການປະຊາຊົນສູງສຸດ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ທະນາຄານ ແຫ່ງ ສປປ ລາວ.
-ກຸ່ມ B : ກະຊວງສາທາລະນະສຸກ, ກະຊວງການເງີນ, ກະຊວງ ການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ແຊ້ມເກົ່າ, ກະຊວງສຶກສາທິການ ແລະ ກີລາ ຮອງແຊ້ມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.
-ກຸ່ມ C : ສະຖາບັນວິທະຍາສາດ, ເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້, ສູນກາງແນວລາວສ້າງຊາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
-ກຸ່ມ D : ອົງການກວດສອບແຫ່ງລັດ, ຊາວໜຸ່ມ ນະຄອນຫລວງວຽງຈັນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.
ຫຼ້າສຸດສາມາດຄັດໄດ້ 8 ທີມສຸດທ້າຍເປັນທີ່ຮຽບຮ້ອຍດັ່ງນີ້:
+ມື້ທໍາອິດຮອບ 8 ທີມສຸດທ້າຍແຂ່ງຂັນໃນວັນທີ 14 ກຸມພາ 2025 ທີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ດັ່ງນີ້:
-ເວລາ 14:00 ໂມງ ສານປະຊາຊົນສູງສຸດ ພົບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
-ເວລາ 16:00 ໂມງ ກະຊວງ ປ້ອງກັນຄວາມສະຫງົບ ພົບ ກະຊວງ ໂຍທາທິການ ແລະ ຂົນສົ່ງ
+ວັນທີ 17 ກຸມພາ 2025 ມີ 2 ຄູ່ເຊັ່ນກັນຄື:
-ເວລາ 14:00 ໂມງ ກະຊວງ ປ້ອງກັນປະເທດ ພົບ ທະນາຄານແຫ່ງ ສປປລາວ
-ເວລາ 16:00 ໂມງ ຊາວໜຸ່ມ ນະຄອນຫຼວງ ພົບ ກະຊວງ ສຶກສາທິການ ແລະ ກີລາ
ຂ່າວ: Larh Creators ; ຮູບຈາກ: Lao Youth Union Cup