ໃນຄໍ່າຄືນວັນທີ 11 ກຸມພາ 2025 ໄດ້ມີງານອ່ານກະວີ ມາຄະບູຊາສະເໜຫາບຸນເຂົ້າຂີ່ ຍອດກິວີປາງຄໍາລໍານໍາດອກໄມ້ບານ ທີ່ວັດ ຕົ້ນຕະກຸນ ສີຊົມຊື່ນ ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດຖະນະທໍາ ແລະ ທ່ອງທ່ຽວ, ມີຫົວໜ້າກົມ, ຮອງກົມ, ປະທານສະມາຄົມນັກປະພັນລາວ, ເຈົ້າອະທິການວັດ ຕົ້ນຕະກຸນ ສີຊົມຊື່ນ ໜອງບົວທອງເໜືອ ພ້ອມດ້ວຍພຣະສົງສໍາມະເນນ ແລະ ບັນດານັກປະພັນ ສິນລະປິນດີເດັ່ນແຫ່ງຊາດ ແລະ ມ່ວນຊົນເຂົ້າຮ່ວມ.
ໃນພິທີ ໄດ້ມີການສະແດງສິລະປະ ເສບດົນຕີປະຍຸກ, ການຂັບລໍາ, ການອ່ານກະວີ ປະກອບສຽງແຄນ ແລະ ການວາງສະແດງຮູບພາບ, ປືມຕໍາລາ, ປືມນະວະນິຍາຍ ຈາກບັນດານັກສິນລະປີນ, ນັກຂີດຈໍຂຽນທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ມວນຊົນໄດ້ຮັບຊົມ.
ພຣະອາຈານ ປອ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກຸນ ສີຊົມຊື່ນ ໜອງບົວທອງເໜືອໃຫ້ຮູ້ວ່າ: ການຈັດງານ ອ່ານກາວີ ມາຄະບູຊາສະເໜຫາບຸນເຂົ້າຂີ່ ຍອດກິວີປາງຄໍາລໍານໍາດອກໄມ້ບານ ແມ່ນມີຈຸດປະສົງ 3ປະການ
ອັນທໍາອິດ ເພື່ອເຊີດຊູນັກປາດນາມວ່າ ປາງຄໍາ ທີ່ແຕ່ງກາວີເລື່ອງສັງສິນໄຊ ອອກສູ່ສັງຄົມເປັນເວລາເກືອບ 400 ປີທີ່ລືຊື່, ຈຸດປະສົງທີ 2 ເພື່ອເຕົ້າໂຮມນັກຂີດນັກຂຽນ ສິນລະປິນດີເດັ່ນ ແຫ່ງຊາດ, ນັກກາວີອາວຸໂສ ແລະ ໜຸ່ມນ້ອຍເຕົ້າໂຮມກັນ ສະແດງສິນລະປະພາສາ ຄວາມເປັນຊາດລາວເຮົາ ແລະ
ຈຸດປະສົງທີ 3 ແມ່ນເພື່ອເປັນການເຜີຍແຜ່ ພາສາວັນນະຄະດີ ໃຫ້ຄົນທົ່ວໂລກຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະເຫັນພາລະບົດບາດພາສາວັນນະຄະດີຂອງ ຊາດ ທີ່ເຮົາມີພາສາວັນນະກໍາເປັນຂອງຕົນເອງ ໄດ້ປູກຈິດສໍານືກ ໃຫ້ລູກຫຼານໄດ້ຮຽນຮູ້ພາສາວັນນະຄະດີ ແລະ ກິດຈະກໍາຕ່າງໆຮ່ວມກັນ
ພຣະອາຈານ ປອ ໄພວັນ ມາລາວົງ ໃຫ້ຮູ້ຕື່ມອີກວ່າ: ງານອ່ານກະວີ ມາຄະບູຊາສະເໜຫາບຸນເຂົ້າຂີ່ ຍອດກິວີປາງຄໍາລໍານໍາດອກໄມ້ບານ ຄັ້ງນີ້ເປັນຄັ້ງທໍາອິດ
ເຊິ່ງພຣະອາຈານ ມີເປົ້າໝາຍຈະສາມາດຕໍ່ຍອດ ຂໍ້ສະເໜີ ໃຫ້ລັດຖະບານ ກໍານົດເປັນ ວັນນັກປະພັນແຫ່ງຊາດ ຫຼື ວັນນັກກາວີແຫ່ງຊາດ ເຊີ່ງຈະຈັດໃນເດືອນ 3 ຍາມກາງຄືນ ອັນນີ້ເປັນສີ່ງທີ່ພຣະອາຈານຢາກເຊີດຊູ ເຊີ່ງເປັນຄວາມພາກພູມໃຈທີ່ສຸດຂອງພຣະອາຈານທີ່ໄດ້ຈັດກິດຈະກໍານີ້ຂຶ້ນ.