ພຸດທະສອນ ອິນທະມິດ ນັກກິລາລົດຖີບລາວ ລຸ້ນ ດ່ຽວຈັບເວລາ Individual Time Trial (ITT) Master 45-49 ປີ ເຂົ້າເສັ້ນໄຊເປັນອັນດັບທີ 4 ໃນການແຂ່ງຂັນຊີງແຊ້ມອາຊີ ລາຍການ Asian Road Cycling Championships 2025 ທີ່ຈັງຫວັດພິດສະນຸໂລກ ປະເທດຣາໄທ ເມື່ອອາທິດທີ່ຜ່ານມາ.
ສໍາລັບ ລາຍການນີ້ມີນັກກິລາຈາກ 27 ປະເທດເຂົ້າຮ່ວມແຂ່ງຂັນ ຜ່ານການແຂ່ງຂັນປາກົດວ່າ: ອັນດັບທີ 1: ນັກກີລາຈາກອີຣ່ານ ເຂົ້າເສັ້ນໄຂດ້ວຍເວລາ 27:26,293 ; ອັນດັບທີ 2: ນັກກີລາຈາກກາຊັກສະຖານ ເຂົ້າເສັ້ນໄຊດ້ວຍເວລາ 28:48.075 ແລະ ອັນດັບທີ 3: ມາກາວ ເຂົ້າເສັ້ນໄຂດ້ວຍເວລາ 29:50.089 ໂດຍທີ 1 ໄດ້ຮັບຫຼຽນຄໍາ, ທີ 2 ໄດ້ຮັບຫຼຽນເງິນ ແລະ ທີ 3 ໄດ້ຮັບຫຼຽນທອງ.
ຂະນະທີ່ ພຸດທະສອນ ອິນທະມິດ ເຂົ້າເສັ້ນໄຊດ້ວຍເວລາ 30:14.340 ຄວາມໄວສະເລ່ຍ 42.46 ກິໂລແມັດຕໍ່ຊົ່ວໂມງ ຈົບອັນດັບທີ 4