ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ລາຍງານໃນ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ທີ່ຫໍປະຊຸມແຫ່ງຊາດ ເມື່ອທ້າຍອາທິດທີ່ຜ່ານມາວ່າ: ປີ 2024 ເປັນປີທ່ອງທ່ຽວລາວ ອັນພົ້ນເດັ່ນແມ່ນການຈັດງານສັບປະດາການທ່ອງທ່ຽວແຂວງຈໍາປາສັກ ຕິດພັນກັບປີທ່ອງທ່ຽວ ໂດຍໄດ້ສຸມໃສ່ການປັບປຸງ ແລະ ພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ຈໍານວນ 244 ແຫ່ງ
ນອກນັ້ນ, ແຂວງຈໍາປາສັກ ໄດ້ຈັດຕັ້ງທັງໝົດ 12 ກິດຈະກໍາ ເປັນວາລະການຈັດງານສົ່ງເສີມການທ່ອງທ່ຽວລາວ ໃນນັ້ນ, ມີກິດຈະກໍາລະດັບເມືອງ 10 ກິດຈະກໍາ, ລະດັບ ແຂວງ 1 ກິດຈະກໍາ ແລະ ລະດັບຊາດ 1 ກິດຈະກໍາ ໂດຍເລີ່ມຈາກງານສົມໂພດຕົ້ນໄມ້ມະນີໂຄດ ຢູ່ຄອນພະເພັງ ເມືອງໂຂງ ເປັນກິດຈະກໍາທໍາອິດໃນເດືອນມັງກອນ.
ຈາກຜົນງານດັ່ງກ່າວເຮັດໃຫ້ ແຂວງຈໍາປາສັກ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ ມາທ່ອງທ່ຽວຢູ່ແຂວງຈຳປາ ສັກ ທັງໝົດ 647.325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 322.357 ຄົນ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນແຜນ, ສາມາດສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.
ຂ່າວ-ຮູບ: Larh Creators