ໃນວັນທີ 3 ກຸມພາ 2025 ທີ່ຫ້ອງປະຊຸມ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຊຽງຂວາງ, ມີກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການທ້ອງຖີ່ນ, ຜູ້ຜະລິດ-ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໃໝ ແຂວງຊຽງຂວາງ ເພື່ອກະກຽມຈົດທະບຽນຖີ່ນກຳເນີດ, ໂດຍການເປັນປະທານຮ່ວມຂອງ ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ກອງປະຊຸມຄັ້ງນີ້ ມີຄະນະຈາກກົມຊັບສີນທາງປັນຍາ, ຄະນະຄົ້ນຄວ້າ ເອກະລັກຜ້າໄໝຊຽງຂວາງ ຈາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຕາງໜ້າຈາກກະຊວງພາຍໃນ, ກົມອ້ອມຂ້າງ ກະຊວງ ອຄ, ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ຕາງໜ້າຈາກຫ້ອງການກ່ຽວຂ້ອງບັນດາເມືອງ, ຜູ້ຜະລິດ-ຜູ້ປະກອບການສີ້ນໃໝ-ຜ້າໃໝ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບົວວອນ ວົງປັນຍາ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ກ່າວຕ້ອນຮັບ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຊຽງຂວາງ ໃນໄລຍະຜ່ານ ຕໍ່ກອງປະຊຸມຮັບຊາບ.
ພ້ອມດຽວກັນນັ້ນ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມສັບສີນທາງປັນຍາ, ໄດ້ກ່າວເປີດກອງປະຊຸມ ທ່ານກ່າວວ່າ: ຈຸດປະສົງຂອງໂຄງການແມ່ນເພື່ອຊຸກຍູ້ ການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ເພື່ອສ້າງຕັ້ງເປັນສະມາຄົມສົ່ງເສີມຖິ່ນກຳເນີດ ເສັ້ນໄໝ ແລະ ຜ້າໄໝ ແຂວງຊຽງຂວາງ, ສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ໂດຍສະເພາະວຽກງານຖິ່ນກຳເນີດໃຫ້ຂະແໜງການທ້ອງຖິ່ນ, ຜູ້ປະກອບການ ແລະ ຜູ້ຜະລິດ ສາມາດເພີ່ມມູນຄ່າຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ທ່ານ ກ່າວອີກຕື່ມວ່າ: ກອງປະຊຸມໃນມື້ນີ້ເປັນບາດກ້າວທີ່ສຳຄັນ ໃນການວາງຮາກຖານການສ້າງຕັ້ງສະມາຄົມໃຫ້ມີຄວາມເຂັ້ມແຂງ, ມີບົດບາດສຳຄັນໃນການສົ່ງເສີມ ແລະ ອະນຸລັກມໍລະດົກໃນການຜະລິດຜ້າໄໝຊຽງຂວາງຂອງພວກເຮົາ, ຜ້າໄໝຊຽງຂວາງບໍ່ເປັນພຽງແຕ່ຜະລິດຕະພັນ ຫຼື ສິນຄ້າເທົ່ານັ້ນ, ແຕ່ຍັງເປັນສັນຍາລັກທາງດ້ານວັດທະນະທຳ, ຄວາມຊຳນິຊຳນານ ແລະ ປະເພນີທີ່ໄດ້ຮັບການຖ່າຍທອດມາຫຼາຍເຊັ່ນຄົນ. ຂ້າພະເຈົ້າເຊື່ອວ່າການສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຊຽງຂວາງ ແມ່ນມີຄວາມຈຳເປັນຢ່າງຍິ່ງໃນການສົ່ງເສີມການຜະລິດຜ້າໄໝທີ່ມີຄຸນະພາບ ແລະ ເປັນການກະຕຸ້ນການຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການກະກຽມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຊຽງຂວາງ ຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ, ການນຳສະເໜີກ່ຽວກັບຂັ້ນຕອນໃນການສ້າງຕັ້ງສະມາຄົມ, ແລະ ຜ່ານໂຄງຮ່າງກົດລະບຽບສະມາຄົມ ຈາກຜູ້ຕາງໜ້າຈາກກະຊວງພາຍໃນ, ສະເໜີກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງສະມາຄົມ ທາງດ້ານການຄຸ້ມຄອງ ແລະ ການສົ່ງເສີມ ຖິ່ນກຳເນີດຜ້າໄໝຊຽງຂວາງ ໂດຍອີງຕາມລະບຽບການວ່າດ້ວຍຖິ່ນກຳເນີດຂອງ ສປປ ລາວ, ລວມທັງບົດຮຽນຈາກຕ່າງປະເທດ. ເຊິ່ງການນຳສະເໜີ ແລະ ການສົນທະນາແລກປ່ຽນຄັ້ງນີ້ຈະຊ່ວຍໃຫ້ເຂົ້າໃຈລາຍລະອຽດຕ່າງໆຫຼາຍຂຶ້ນ ແລະ ຊ່ວຍໃຫ້ການສ້າງຕັ້ງສະມາຄົມນີ້ເປັນຮູບປະທຳ ແລະ ມີຄວາມຢືນຢົງ. ພ້ອມນັ້ນ ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫາລືກັນຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະມາຄົມຜ້າໄໝຊຽງຂວາງນີ້ ເກີດປະໂຫຍດຢ່າງແທ້ຈິງຕໍ່ຜູ້ຜະລິດ ແລະ ຕໍ່ຊຸມຊົນ ອີກດ້ວຍ. ຫຼັງຈາກນັ້ນ ກອງປະຊຸມໄດ້ມອບຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງ ເພື່ອສືບຕໍ່ດໍາເນີນການຈັດຕັ້ງປະຕິບັດວຽກງານດ້ານການກະກຽມ ສ້າງຕັ້ງສະມາຄົມ ສົ່ງເສີມຜ້າໄໝຊຽງຂວາງໃນຕໍ່ໜ້າ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ