ກອງປະຊຸມວຽກງານ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວປະເທດ ອັດລົງຢ່າງເປັນທາງການໃນຕອນແລງຂອງວັນທີ 7 ກຸມພາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ບັນດາສະຫາຍ ຄະນະພັກ, ຄະນະນຳກະຊວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ, ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານວ່າ: ບົດສະຫຼຸບວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ແລະ ພ້ອມດຽວກັນນີ້ກໍ່ສາມາດສັງລວມເອົາການປະກອບຄຳຄິດ-ຄຳເຫັນທີ່ໄດ້ສົນທະນາລົງເລິກ ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ຊຶ່ງຂ້າພະເຈົ້າຂໍສັງລວມເອົາບັນຫາຈຸດສຸມດັ່ງລຸ່ມນີ້:
1) ດ້ານບຸກຄະລາກອນ ແລະ ອຸປະກອນ: ໂດຍລວມແລ້ວ ທົ່ວຂະແໜງ ຖວທ ຍັງຂາດບຸກຄະລາກອນທັງດ້ານປະລິມານ ແລະ ຄຸນນະພາບ; ອຸປະກອນເປ່ເພ, ບໍ່ທັນສະໄໝເຮັດໃຫ້ການຈັດຕັ້ງປະຕິບັດຊັກຊ້າ ແລະ ບໍ່ທັນການ ແລະ ບັນຫາ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຊັດເຈນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຖວທ ພົບຄວາມຫຍຸ້ງຍາກ;
2) ວຽກງານງົບປະມານ: ການປັບປຸງລະບົບການເກັບຄ່າທຳນຽມ ແລະ ການລວມສູນບັນຊີແມ່ນມີຄວາມຈຳເປັນ. ພ້ອມທັງ ເພີ່ມການຊຸກຍູ້ ໃຫ້ມີການຕິດຕັ້ງລະບົບເກັບຄ່າທຳນຽມຄ່າບໍລິການຜ່ານລະບົບທັນສະໄໝ Easy Pass ຢູ່ທຸກດ່ານສາກົນ ເຂົ້າ-ອອກປະເທດ.
3) ວຽກງານຖະແຫຼງຂ່າວ-ສື່ມວນຊົນ: ການສ້າງເຄືອຂ່າຍສື່ມວນຊົນທີ່ທັນສະໄໝ ແລະ ສູນຂໍ້ມູນຂ່າວສານຂອງແຕ່ລະຂະແໜງການ (ກະຊວງ) ແມ່ນມີຄວາມຈຳເປັນເພື່ອພ້ອມກັນປັບປຸງ ວຽກງານ ສື່ມວນຊົນ ໃຫ້ສາມາດຕອບໂຕ້ຂ່າວໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ ແລະ ທັງເປັນການເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ສັງຄົມຮັບຊາບ ຢ່າງທັນການ, ເຊື່ອຖືໄດ້ ແລະ ທົ່ວເຖິງ.
4) ວຽກງານ ວັດທະນະທຳ: ຕ້ອງໄດ້ສຸມການແກ້ໄຂອິດທິພົນຂອງວັດທະນະທຳຕ່າງປະເທດຕໍ່ຊາວໜຸ່ມ ດ້ວຍຜ່ານການສຶກສາອົບຮົມຜ່ານສື່ຮູບແບບຕ່າງໆ, ບັນຈຸເຂົ້າໃນຫຼັກສູດການຮຽນ-ການສອນ ແລະ ການຕິດຕາມ,ປະເມີນຜົນ ບ້ານ ແລະ ຄອບຄົວ ວັດທະນະທຳຢ່າງເປັນລະບົບຕໍ່ເນື່ອງ ແມ່ນມີຄວາມຈຳເປັນ ແລະ ສຳຄັນ ເພື່ອຫັນວຽກງານດັ່ງກ່າວໝູນໃຊ້ເຂົ້າໃນການທ່ອງທ່ຽວ ແລະ ສາມາດສ້າງເສດຖະກິດໄດ້ເທື່ອລະກ້າວ.
5) ວຽກງານການທ່ອງທ່ຽວ: ການຫຼຸດຜ່ອນຜົນກະທົບທາງລົບຂອງການຂຸດຄົ້ນບໍ່ແຮ່ຕໍ່ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ການປັບປຸງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ຄຸນນະພາບການບໍລິການ ເປັນຕົ້ນ ການບໍລິການເຂົ້າ-ອອກເມືອງ ໃຫ້ສະດວກສະບາຍຍິ່ງຂຶ້ນ ແລະ ເກັບກຳຂໍ້ມູນນັກທ່ອງທ່ຽວໃຫ້ເປັນລະບົບ ແລະ ສາມາດລາຍງານໄດ້ຢ່າງທັນການ ແມ່ນມີຄວາມຈຳເປັນ.
ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມໃນພິທີວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ເຊິ່ງເປັນກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ; ກໍຄືຈັດຕັ້ງປະຕິບັດວຽກງານ ໃນໄລຍະ 01 ປີຜ່ານມາ ພ້ອມທັງ ຮັບຮອງເອົາ ທິດທາງແຜນການໃນ 01 ປີ ຕໍ່ໜ້າ.
ໃນໂອກາດນີ້, ຂ້າພະເຈົ້າຂໍມີບາງຄໍາເຫັນ ເພື່ອແລກປ່ຽນກັບບັນດາສະຫາຍ ຕໍ່ກັບບາງວຽກຈຸດສຸມກ່ຽວກັບການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕໍ່ໜ້າດັ່ງນີ້:
1. ຄະນະພັກ- ຄະນະນໍາທຸກຂັ້ນ ຕ້ອງຖືເອົາການນໍາພາ ການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບ ການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ -ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບທາງດ້ານແນດຄິດ ຕໍ່ກັບແນວທາງນະໂຍບາຍຂອງພັກ – ລັດ ເພື່ອພ້ອມກັນຊີ້ນຳ – ນໍາພາ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ການບໍລິຫານຄຸ້ມຄອງລັດ ສອດຄ່ອງກັບການຈັດຕັ້ງປະຕິບັດ ແຜນດຳເນີນງານຕ່າງໆ ຜ່ານປະຕູດຽວ ໃຫ້ເປັນລະບົບແຕ່ສູນກາງລົງຮອດທ້ອງຖິ່ນ ຕາມແຜນການທີ່ວາງໄວ້.
2. ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ – ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ກວດກາ ເບິ່ງຄືນບ່ອນໃດ ພະນັກງານເຫຼຶອບໍ່ພໍ, ພະນັກງານບໍ່ມີຄຸນນະພາບ ກໍຕ້ອງແກ້ໄຂໃຫ້ໄວ, ຄຽງຄູ່ກັບການສັບຊ້ອນຈັດວາງ, ຍົກຍ້າຍພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້, ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ ຍ້ອນປັດຈຸບັນໂກຕ້າພະນັກງານ-ລັດຖະກອນພວກເຮົາມີຈຳກັດຫຼາຍ.
3. ໃຫ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ການສ້າງກົດໝາຍ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ເພື່ອເປັນເຄື່ອງມື ຄຸ້ມລັດ-ຄຸ້ມຄອງສັງຄົມ ຖືວ່າເປັນວຽກງານຈຸດສຸມອັນໜຶ່ງທີ່ກະຊວງ ກວດເບິ່ງຄືນວ່າ ມາຮອດປັດຈຸບັນພວກເຮົາມີກົດໝາຍຈັກສະບັບ ແລະ ລະບຽບການອັນໃດແດ່ແລ້ວ ທີ່ນຳໃຊ້ເຂົ້າໃນວຽກງານຕົວຈິງ ຫຼື ມີຄວາມຈຳເປັນຕ້ອງໄດ້ສ້າງແລະປັບປຸງກົດໜາຍ ແລະ ນິຕິກຳໃຕ້ກົດໜາຍ ເພື່ອນຳສະເໜີຕໍ່ລັດຖະບານ ພິຈາລະນາ.
4. ສືບຕໍ່ເອົາໃຈໃສ່ວຽກງານການເປັນເສນາທິການຮັບໃຊ້ໃນລະບົບກົງຈັກພາຍໃນກະຊວງ, ທ້ອງຖິ່ນໄປຕາມກົນໄກການປະສານງານກັນຢ່າງກົມກຽວຜ່ານປະຕູດຽວ ຕິດພັນກັບການແບບແຜນວີທີເຮັດວຽກໃຫ້ເປັນລະບົບ,ຮັດກຸມ ແລະ ຢ່ງຈະແຈ້ງ ເຂົ້າໃນການຄຸ້ມຄອງນຳໄຊ້ງົບປະມານຂອງລັດດ້ວຍນໍ້າໃຈປະຫັຍດມັດທະຢັດ ຕິດພັນກັບບັນດາແຜນການ, ແຜນງານ ແລະ ໂຄງການຕ່າງໆໃຫ້ເກິດປະສິດທິພາບ-ປະສິດທິຜົນ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງເປັນໄປຕາມລະບຽບຫຼັກການ ທີ່ວາງອອກ.
5. ໃຫ້ເອົາໃຈໃສ່ ປັບປຸງຍົກລະດັບເຕັກນິກຂອງວຽກງານສື່ມວນຊົນ ໃຫ້ເປັນທັນສະໄໝ ດ້ວຍການຫັນປ່ຽນ ຈາກລະບົບອະນາລັອກ ໄປສູ່ລະບົບດິຈິຕອລ ຕາມແຜນການທີ່ວາງໄວ້, ການຂະຫຍາຍຕາໜ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນ ເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງເນື້ອຫາສາລະຂອງບົດຂ່າວ, ບົດຄວາມ, ບົດສາລະຄະດີ ແລະ ລາຍການບັນເທີງຕ່າງໆ ຕ້ອງໃຫ້ມີເນື້ອໃນ ໂນມນ້າວ, ດືງດູດ, ຈູງໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ; ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍສັນລະເສີນບຸກຄົນ, ສັງຄົມ ແລະ ໜ່ວຍງານ ທີ່ມີຜົນງານດີເດັ່ນ ຕາມຄວາມເປັນຈິງ; ບໍາລຸງສ້າງພະນັກງານໃນຖັນແຖວສື່ມວນຊົນ ທາງດ້ານເຕັກນິກວິຊາການ ແລະ ຈັນຍາບັນຂອງສື່ມວນຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມທັງຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ.
6. ໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕ້ອງມີຄຸນນະພາບຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລ ດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູ ວັດທະນະທໍາ, ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງເຜົ່າ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ, ພູມປັນຍາບົ່ມຊ້ອນເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາ ໃຫ້ມີຫຼາກຫຼາຍສີສັນ-ຫຼາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງ ມໍຣະດົກວັດທະນະທໍາຂອງຊາດ ໂດຍສະເພາະແມ່ນສຸມໃສ່ການນໍາສະ ເໜີເອົາພູຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກ ຕາມແຜນການທີ່ວາງໄວ້; ສ້າງພື້ນຖານໂຄງລ່າງ ທາງດ້ານວັດທະນະທໍາ ເປັນຕົ້ນ: ຫໍສະມຸດ, ຫໍພິພິທະພັນ, ຫໍມູນເຊື້ອ, ອະນຸສາວະລີ, ສະໂມສອນວັດທະນະທໍາ ໃຫ້ຄົບຖ້ວນ ແລະ ກວ້າງຂວາງ; ນອກຈາກນີ້, ຕ້ອງໄດ້ກໍ່ສ້າງພະນັກງານ ຜູ້ທີ່ມີພອນສະຫວັນ ດ້ານວັດທະນະທໍາ ທັງພາກລັດ ແລະ ເອກະຊົນໃຫ້ມີຄວາມຍືນຍົງ ແລະ ຫຼາຍຂຶ້ນ, ໄປຄຽງຄູ່ກັບການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມຄວາມເປັນຈິງ.
7. ສືບຕໍ່ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ; ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ ໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຕິດພັນກັບການທ່ອງທ່ຽວວັດທະນະທຳຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວ “ ລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້້ສູ່ລະບຽບການ.
ຂະນະດຽວກັນ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ