ໃຫ້ຄວາມຮູ້ ການອອກແບບຍີ່ຫໍ້ສຳລັບນັກສຶກສາ ແລະ SMEs

0
146

ໃນວັນທີ 6 ກຸມພາ 2025 ທີ່ໂຮງແຮມລາວເທວ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະການຄ້າໄດ້ຈັດຝຶກອົບຮົມ ການອອກແບບຍີ່ຫໍ້ສຳລັບນັກສຶກສາ ແລະ SMEs ເປັນປະທານຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ  ສິດທິໄຊ ໄຊຍະວົງ ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມະຫາວິທະຍາໄລແຫ່ງຊາດທ່ານ Andrew Michael Ong, ຫົວໜ້າ ພະແນກອາຊີ ແລະ ປາຊີຟິກ RNDS ອົງການຊັບສິນທາງປັນຍາໂລກ WIPO ມີຄູ-ອາຈານ, ນັກສຶກສາ, ຜູ້ປະກອບການ SME ບໍລິສັດອອກແບບເຄື່ອງໝາຍ ທີ່ເຂົ້າຮ່ວມ

ທ່ານ ໄຊບັນດິດ ໄຊຍະວົງຄໍາດີ  ກ່າວວ່າ: ການຝຶກອົບຮົມຄັ້ງນີ້ຮ່ວມຈັດໂດຍກົມຊັບສິນທາງປັນຍາ ແລະ ອົງການຊັບສິນທາງປັນຍາໂລກ ພາຍໃຕ້ການສະໜັບສະໜູນງົບປະມານຈາກສຳນັກງານຊັບສິນທາງປັນຍາຂອງຍີປຸ່ນ (JPO) ຈຸດປະສົງຂອງການຝຶກອົບຮົມເພື່ອ ສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ນັກສຶກສາໃນຂະແໜງການອອກແບບ ໂດຍສະເພາະແມ່ນເຄື່ອງໝາຍການຄ້າ ແລະ ການອອກແບບສິນຄ້າ ອື່ນໆ ໂດຍການສ້າງຄວາມເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ ອັນໃດແດ່ທີ່ສາມາດຈົດທະບຽນປົກປ້ອງໄດ້ ແລະ ບໍ່ສາມາດຈົດທະບຽນປົກປ້ອງໄດ້ ເພື່ອສາມາດໃຫ້ບໍລິການອອກແບບເຄື່ອງໝາຍການຄ້າ ໃຫ້ສາມາດສອດຄ່ອງຕາມກົດໝາຍທີ່ໄດ້ກຳນົດໄວ້. ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ຜູ້ປະກອບການ SMEs ກ່ຽວກັບ ເຄື່ອງມືດ້ານຊັບສິນທາງປັນຍາທີ່ສາມາດຊ່ວຍ ສ້າງມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນທຸລະກິດ ໂດຍສະເພາະ ແມ່ນ ຍີຫໍ້ ແລະ ການຫຸ້ມຫໍ່ສິນຄ້າ  ເຊິ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການຂອງທ່ານ ມີຊື່ສຽງ ແລະ ເປັນທີຮັບຮູ້ຂອງກຸ່ມຜູ້ບໍລິໂພກ ແລະ ເຮັດແນວໃດເຄື່ອງໝາຍການຄ້າ ຈຶ່ງຈະໄດ້ຮັບການປົກປ້ອງ ພາຍໃຕ້ກົດໝາຍ ຊັບສິນທາງປັນຍາ ຢູ່ ສປປ ລາວ.

ການຝຶກອົບຮົມຂອງເຮົາທັງໝົດມີສອງມື້ ໂດຍມີຜູ້ບັນຍາຍທັງຈາກຕ່າງປະເທດ ແລະ ກົມຊັບສິນທາງປັນຍາຂອງພວກເຮົາຂຶ້ນນຳສະເໜີແຕ່ລະໜ້າວຽກ ພ້ອມນັ້ນກໍຈະໄດ້ຮັບຄຳແນະນໍາຈາກຄູຝຶກ ແລະ ແລກປ່ຽນສົນທະນາຂອງຜູ້ເຂົ້າຮ່ວມ.

ໃນປະຈຸບັນ ຕັ້ງແຕ່ມີລະບົບຊັບສິນທາງປັນຍາເຂົ້າມາ ສປປ ລາວ ການນຳໃຊ້ລະບົບດັ່ງກ່າວເຂົ້າຊ່ວຍ ແມ່ນມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ເປັນຕົ້ນ ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຢູ່ ສປປ ລາວ ແລ້ວ 64.000 ກວ່າເຄື່ອງໝາຍ, ແບບອຸດສາຫະກໍາຫຼາຍກວ່າ 700 ກວ່າສະບັບ, ມີການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼາຍກວ່າ 800 ກວ່າສະບັບ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ຫຼາຍກວ່າ 160 ກໍລະນີ, ເປີເຊັນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຂອງຄົນລາວ ໄລະຍະປີ 2019-2023 (5 ປີ) ແມ່ນ ມີພຽງ  13%. ສະນັ້ນ, ກົມຊັບສິນທາງປັນຍາ ຈຶ່ງເປັນໄດ້ເຖິງຄວາມຈຳເປັນໃນການຊ່ວຍເຫຼືອໃຫ້ ບັນດາ SMEs ຂອງ ສປປ ລາວ ໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໃຊ້ ລະບົບດັ່ງກ່າວໃຫ້ຫຼາຍຂຶ້ນ ທັງນີ້ກໍເປັນການກຽມຄວາມພ້ອມໃນການແຂ່ງຂັນທາງທຸລະກິດໃຫ້ແກ່ພວກເຮົາ. ຊຶ່ງໃນໄລຍະຜ່ານມາກົມຂອງພວກເຮົາກໍໄດ້ສ້າງແນວຄວາມຄິດ ໜຶ່ງເມືອງໜຶ່ງຊັບສິນທາງປັນຍາ ຊຶ່ງຈະເປັນການຕໍ່ຍອດຈາກ ໜຶ່ງເມືອງໜຶ່ງຜະລິດຕະພັນທີ່ພວກເຮົາເອົາວຽກງານສ້າງຍີຫໍ້ ແລະ ສິ່ງຫຸ້ມຫໍ່ເຂົ້າໄປຊ່ວຍເພື່ອສົ່ງເສີມໃຫ້ສິນຄ້າເຫຼົ່ານັ້ນມີຄວາມພ້ອມທີ່ຈະເຂົ້າສູ່ຕະຫຼາດຫຼາຍຂຶ້ນ, ສ້າງໃຫ້ເຄື່ອງໝາຍການຄ້າຂອງພວກເຂົາໄດ້ຮັບການຕອບຮັບທີ່ດີຂຶ້ນຈາກຜູ້ບໍລິໂພກ ແລະ ການແຂ່ງຂັນໃນຕະຫຼາດພາຍໃນກໍ່ເປັນທຳຫຼາຍຂຶ້ນ.

LEAVE A REPLY

Please enter your comment!
Please enter your name here