ເພັດນໍ້າໂຂງ ມຸງຄຸນເພັດ ນັກມວຍ ໄດ້ເກັບຂໍ້ຜິດພາດຈາກ 2 ໄຟທ໌ທີ່ເສຍເປັນບົດຮຽນ ແລະ ສຶກສາຄູ່ແຂ່ງ ກ່ອນກັບມາແກ້ຕົວໃໝ່ພົບກັບ ແກ່ນພິທັກ ນັກມວຍໄທ ໃນ ONE ລຸມພີນີ ຕັ້ງເປົ້າຫວັງໂບນັສ ( ຊະນະນ໊ອກ ) ເພື່ອນໍາເງິນໄປຊ່ວຍເຫຼືອຄົນພິການ ໂດຍ ເພັດນໍ້າໂຂງ ຈະຂຶ້ນຊົກກັບ ແກ່ນພິທັກ ໂໜ່ງບາງຊາຍ ມວຍຊ້າຍສີມື ອາຍຸ 25 ປີໃນກະຕິກາມວຍໄທ ຊົກເປັນຄູ່ທີ 7 ພິກັດສະເພາະ ແຄັດເວດ 122 ປອນ ຫຼື 55 ກິໂລກຣາມ ທີ່ເວທີມວຍລຸມພີນີ ( ຣານອິນທາ ) ໃນແລງມື້ນີ້ 7 ກຸມພາ 2025 ຄູ່ທໍາອິດເລີ່ມ 19:30 ໂມງ.
ກ່ອນໜ້ານີ້ ເພັດນໍ້າໂຂງ ຊົກໄປແລ້ວ 6 ໄຟທ໌ ຊະນະ 3 ແລະ ເສຍ 3 ໄຟທ໌ ເຄີຍໄດ້ໂບນັສ 350.000 ບາດ ເຖິງ 2 ຄັ້ງລວມເຖິງ 700.000 ບາດ ຈາກການເອົາຊະນະ ນ໊ອກຄູ່ແຂ່ງ 2 ຄົນ ໂດຍໄດ້ນໍາເງິນໄປຊ່ວຍເຫຼືອຜູ້ປະສົບໄພ ແລະ ທຸກຍາກມາແລ້ວ, ແຕ່ 2 ໄຟທ໌ຫຼ້າສຸດເສຍລວດຄືເສຍໃຫ້ກັບ ພິຊິດໄຊ ພີເຄແສນໄຊ ແລະ ໄຟທ໌ຫຼ້າສຸດເສຍໃຫ້ກັບ ປະຕັກນິນ ຊິນບີມວຍໄທ ເສຍຄະແນນທັງ 2 ໄຟທ໌.
ເຮັດໃຫ້ກ່ອນຂຶ້ນຊົກໄຟທ໌ທີ 7 ເພັດນໍ້າໂຂງ ໃຫ້ສໍາພາດວ່າ: “ 2 ໄຟທ໌ທີ່ຜ່ານມາ ຂ້ອຍເສຍທັງໝົດ ເຮັດໃຫ້ເປັນບົດຮຽນສໍາຄັນທີ່ຈະເຮັດໃຫ້ຂ້ອຍເຫັນຂໍ້ຜິດພາດ ແລະ ປັບປຸງແກ້ໄຂ ເພື່ອພັດທະນາສີມືຫຼາຍຂຶ້ນ ຫຼ້າສຸດໄດ້ກຽມຕົວຝຶກຊ້ອມໜັກ ແລະ ເສີມເທັກນິກຕ່າງໆເພື່ອກັບມາຊົກໃນໄຟທ໌ນີ້ ລວມທັງສຶກສາ ແກ່ນພິທັກ ທີ່ເປັນນັກມວຍແຂ່ງແກ່ນ ໂດຍສະເພາະອາວຸດວົງໃນ ແຕ່ຂ້ອຍເຫັນຈຸດອ່ອນຄືການປ້ອງກັນໝັດຂອງລາວທີ່ກາດຈະຫຼວມ ແລະ ຖືກຄູ່ແຂ່ງອອກອາວຸດໃສ່ຢູ່ເລື້ອຍໆ ຈິ່ງເຫັນຊອງທີ່ຈະເອົາຊະນະລາວໄດ້ ແລະ ຂ້ອຍຈະໃຊ້ໝັດທີ່ເດັດກຽມມາປິດເກມລາວໃຫ້ໄດ້ ”.
ໂດຍມີການເປີດເຜີຍແລ້ວວ່າ ເພັດນໍ້າໂຂງ ຫວັງເອົາຊະນະນ໊ອກ ແກ່ນພິທັກ ໃຫ້ໄດ້ ແລະ ຖ້າເປັນໄປຕາມນັດ ເພັດນໍ້າໂຂງ ຈະໄດ້ໂບນັສ 350.000 ບາດເປັນຄັ້ງທີ 3 ຈາກເວທີນີ້ ເຊິ່ງຈະນໍາເງິນຈໍານວນໜຶ່ງໄປຊ່ວຍຊື້ອາຫານໃຫ້ກັບຄົນພິການຕໍ່ໄປ.
ຂ່າວ: Larh Creators ; ຮູບຈາກ: ONE