ກຸ່ມປູກພືດລົ້ມລຸກ, ພືດລະດູດຽວຂອງປະຊາຊົນບ້ານດອນນາງລອຍ ເມືອງມຸນລະປາໂມກ ແຂວງຈຳປາສັກ ໂດຍສະເພາະໝາກແຕງ, ໝາກເຜັດ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ມີທ່າຂະຫຍາຍຕົວ ລວມທັງດ້ານວິຊາການ ປັດຈຸບັນມີສະມາຊິກ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ຕະຫຼາດພາຍໃນເມືອງ ແລະ ຕ່າງເມືອງ.
ທ່ານ ກິປ໋ອງ ຈຽມຈັນເພັງ ອາຍຸ 41 ປີ ປະຊາຊົນບ້ານດອນນາງລອຍ ເມືອງມຸນລະປາໂມກ ແຂວງຈໍາປາສັກ ຕາງໜ້າກຸ່ມຜະລິດພືດຜັກເປັນສິນຄ້າ ບ້ານດອນນາງລອຍ ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງມຸນລະປາໂມກ ຄັ້ງທີ IX ເມື່ອບໍ່ດົນມານີ້ວ່າ: ບ້ານດອນນາງລອຍ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງມຸນລະປາໂມກ ມີເນື້ອທີ່ 674,4 ເຮັກຕາ ປະກອບມີ 4 ຄຸ້ມ ມີ 317 ຄົວເຮືອນ ພົນລະເມືອງ 1.958 ຄົນ ຍິງ 992 ຄົນ ປະຊາຊົນສ່ວນໃຫຍ່ແມ່ນຕັ້ງເຮືອນລຽບຕາມແຄມນໍ້າຂອງ ເຮັດນາເປັນອາຊີບຕົ້ນຕໍ ປູກຝັງ – ລ້ຽງສັດ, ຫາປາ ແລະ ຄ້າຂາຍເປັນອາຊີບສໍາຮອງ.
ເມື່ອກ່ອນການປູກພືດຜັກຂອງປະຊາຊົນເມືອງມຸນລະປາໂມກ ແມ່ນປູກແບບຄອບຄົວ ກະແຈກກະຈາຍຕາມເນື້ອທີ່ຂອງໃຜລາວ, ຂາດການວາງແຜນຜະລິດຮ່ວມກັນ ເຮັດໃຫ້ສິນຄ້າລົ້ນຕະຫຼາດ, ລາຄາຖືກ.
ໃນປີ 2020 ຜ່ານມາ ໂດຍໄດ້ຮັບການຊຸກຍູ້ຈາກອົງການປົກຄອງບ້ານ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ບວກກັບຄວາມຮຽກຮ້ອງຕ້ອງການຂອງຄອບຄົວຜູ້ຜະລິດພາຍໃນບ້ານ ໃຫ້ມີການຈັດຕັ້ງກຸ່ມຜະລິດພືດຜັກເປັນສິນຄ້າຂຶ້ນ ມີເປົ້າໝາຍສົ່ງເສີມແບບມີຈຸດສຸມ, ຮ່ວມກັນວາງແຜນການຜະລິດ, ການຕະຫຼາດ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງໃນເບື້ອງຕົ້ນມີ 10 ຄອບຄົວ, ມີເນື້ອທີ່ການຜະລິດ 4,5 ເຮັກຕາ ( ຢູ່ດອນພວນ ) ປູກພືດລົ້ມລຸກ, ພືດລະດູດຽວ ປະເພດໝາກແຕງ, ໝາກເຜັດ, ໝາກເຂືອ, ຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມປົນ ແລະ ອື່ນໆ ເຊິ່ງຜົນຜະລິດໄດ້ 22,75 ໂຕນ ເຫັນວ່າກຸ່ມຜະລິດດັ່ງກ່າວມີທ່າຂະຫຍາຍຕົວ, ດ້ານວິຊາການດີຂຶ້ນກວ່າເກົ່າ ປັດຈຸບັນສາມາດຂະຫຍາຍສະມາຊິກເປັນ 13 ຄອບຄົວ ເນື້ອທີ່ການຜະລິດ 6,5 ເຮັກຕາ ຜົນຜະລິດລວມໃນ 5 ປີ ສາມາດຂະຫຍາຍຕົວໄດ້ເຖິງ 203,75 ໂຕນ ສາມາດຕອບສະໜອງໃຫ້ຕະຫຼາດພາຍໃນເມືອງ ແລະ ຕ່າງເມືອງໄດ້ເປັນຢ່າງດີ.
ທ່ານ ກິປ໋ອງ ຈຽມຈັນເພັງ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ກຸ່ມຜະລິດຂອງບ້ານດອນນາງລອຍ ໄດ້ຮັບການສົ່ງເສີມຈາກອົງການປົກຄອງເມືອງ ເປັນຕົ້ນເຄື່ອງປັ່ນດິນຂະໜາດນ້ອຍ 1 ເຄື່ອງ, ໂປ່ມນ້ຳ 1 ໜ່ວຍ, ແນວພັນພືດຊະນິດຕ່າງໆ ມູນຄ່າປະມານ 30 ລ້ານກວ່າກີບ.
ພ້ອມນັ້ນ, ຍັງໄດ້ຮັບການຝຶກອົບຮົມດ້ານວິຊາການ ກ່ຽວກັບການປູກ, ການບົວລະບັດຮັກສາ ແລະ ການປ້ອງກັນສັດຕູພືດຕ່າງໆ ເຊິ່ງເປັນປັດໄຈພື້ນຖານທີ່ເຮັດໃຫ້ການຜະລິດຂອງປະຊາຊົນໄດ້ຮັບຜົນດີ, ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ກໍເນື່ອງມາຈາກຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມເອົາໃຈໃສ່ທາງດ້ານການບົວລະບັດຮັກສາ ເຮັດຕາມຄຳແນະນຳຂອງວິຊາການໃນທຸກໆດ້ານທີ່ລົງຊຸກຍູ້ຕິດຕາມຢ່າງໃກ້ຊິດ.