ເລືອກຜັກຊະນິດໃດດີ ເພື່ອປູກລະດູຮ້ອນໄດ້ຜົນດີ

06 Feb 2025

ຄລິກແຊຣ໌ 0 Facebook WhatsApp

ນັບແຕ່ເດືອນມີນາ ເຖິງ ເດືອນມິຖຸນາ ຂອງທຸກໆປີ ອາກາດຈະຮ້ອນອົບເອົ້າ ການປູກຜັກສວນຄົວຫຼາຍຊະນິດກໍປູກຍາກ ຕ້ອງໃສ່ໃຈຫົດນໍ້າເປັນພິເສດ, ດັ່ງນັ້ນຕ້ອງເລືອກປູກຜັກໃຫ້ເໝາະກັບສະພາບອາກາດ ເປັນຕົ້ນແມ່ນຜັກທີ່ມັກນໍ້າໜ້ອຍ, ທົນແດດ – ທົນແລ້ງໄດ້ດີ ເຊັ່ນ:

อาจเป็นรูปภาพของ ลูกแพร์

– ໝາກອຶ

– ມະລະ

– ບີຣູດ

– ຜັກກາດນາ

– ຜັກຫວານ

– ໝາກບວບ

– ພືດຕະກູນຖົ່ວ

– ສາລີຫວານ

– ຜັກກາດກວາງຕຸ້ງ

– ໝາກເຂືອ

– ໝາກເຜັດ

– ຜັກກາດຂາວ

– ໝາກເຫຼ່ນ

– ຜັກຊີ

– ຫອມປ້ອມ

– ສະຫຼັດ.

อาจเป็นรูปภาพของ ข้าวโพด

ເຕັກນິກໃນການປູກຜັກລະດູຮ້ອນ: ສຳລັບທ່ານໃດທີ່ຕ້ອງການປູກຜັກໃນລະດູຮ້ອນ ຕ້ອງເປັນຜັກທີ່ສາມາດທົນຮ້ອນ ແລະ ແລ້ງໄດ້ແລ້ວ ເຮົາຕ້ອງໝັ່ນຫົດນໍ້າເປັນປະຈຳເຊົ້າ – ແລງ ລວມເຖິງໝັ່ນພວນດິນໃຫ້ຜົງ ເພື່ອໃຫ້ຮາກຜັກສາມາດດູດນໍ້າ ແລະ ເກັບນໍ້າໄດ້ດີ, ໜ້າດິນຄວນປົກດ້ວຍແກບດຳ ປະສົມກັບແກບຂາວ ປະສົມເຟືອງ ຫຼື ເສດ ຫຍ້າ ຈຶ່ງເຮັດໃຫ້ດິນສາມາດເກັບນໍ້າ ແລະ ເຮັດໃຫ້ດິນຊຸ່ມຊື່ນໄດ້ດົນ.

ไม่มีคำอธิบายรูปภาพ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ