ອີຢູ ປະກາດກົດໝາຍ ວ່າດ້ວຍປັນຍາປະດິດ ມີຜົນສັກສິດຢ່າງເປັນທາງການ

0
78

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ບັນດາຂໍ້ກຳນົດທຳອິດ ຂອງກົດໝາຍ ວ່າດ້ວຍປັນຍາປະດິດ (AI Act) ຂອງສະຫະພາບເອີຣົບ (EU) ມີຜົນສັກສິດຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນ ໃນການຄຸ້ມຄອງ ແລະ ກຳນົດທິດອະນາຄົດຂອງຂະແໜງອຸດສາຫະກຳ AI.

ไม่มีคำอธิบายรูปภาพ

ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ນັ້ນ ລວມມີນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີນຳໃຊ້ AI ຖືກຫ້າມ ຍ້ອນຄວາມສ່ຽງຊ້ອນແຝງ ບໍ່ອາດຍອມຮັບໄດ້ໃນ EU.

ສິ່ງດັ່ງກ່າວໄດ້ວາງພື້ນຖານໃຫ້ແກ່ຂອບນິຕິກຳທີ່ຮອບດ້ານ ເພື່ອແນໃສ່ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ.

LEAVE A REPLY

Please enter your comment!
Please enter your name here