ສະຫະພາບເອີຣົບ ກຽມພ້ອມໃຫ້ແກ່ການເຈລະຈາດ້ານການຄ້າກັບ ອາເມຣິກາ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງກຸ່ມ.
ວັນທີ 4 ກຸມພາ, ປະທານຄະນະກຳມະການເອີຣົບ (EC), ທ່ານ ນາງ Ursula von der Leyen ຢັ້ງຢືນວ່າ ສະຫະພາບເອີຣົບ ກຽມພ້ອມໃຫ້ແກ່ການເຈລະຈາດ້ານການຄ້າກັບ ອາເມຣິກາ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງກຸ່ມ. ສານດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ປະກາດແຜນການຈັດວາງພາສີ ສຳລັບສິນຄ້ານຳເຂົ້າຈາກ EU.
ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານ ນາງ Von der Leyen ເນັ້ນໜັກເຖິງສາຍພົວພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ ລະຫວ່າງ EU ແລະ ອາເມຣິກາ. ປັດຈຸບັນ, ຍອດວົງເງິນການຄ້າ ລະຫວ່າງ EU ແລະ ອາເມຣິກາ ບັນລຸປະມານ 1.500 ຕື້ໂດລາສະຫະລັດ. ທ່ານປະທານຄະນະກຳມະການເອີຣົບ ໃຫ້ຮູ້ວ່າ EU ຢາກຮັກສາ ແລະ ຊຸກຍູ້ການຮ່ວມມືນີ້, ເຖິງຢ່າງໃດກໍພ້ອມທີ່ຈະເຈລະຈາຢ່າງແຂງກະດ້າງ ເມື່ອຈຳເປັນ ເພື່ອຊອກຫາມາດຕະການໃຫ້ແກ່ບັນດາຄວາມແຕກໂຕນ ແລະ ວາງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືແບບຍືນຍົງກວ່າ.