ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ລົງນາມໃນລັດຖະດຳລັດ ວ່າດ້ວຍການຖອນ ອາເມຣິກາ ອອກຈາກ ສອງອົງການຂອງ ສປຊ ລວມມີ: ສະພາສິດທິມະນຸດ (UNHRC) ແລະ ອົງການຊ່ວຍເຫຼືອຊາວລີ້ໄພ ປາແລັສຕິນ (UNRWA); ພ້ອມທັງຮຽກຮ້ອງໃຫ້ພິຈາລະນາຄືນ ການເຂົ້າຮ່ວມຂອງ ອາເມຣິກາ ໃນອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO).
ລັດຖະດຳລັດດັ່ງກ່າວ ມີເນື້ອໃນຮຽກຮ້ອງໃຫ້ “ ພິຈາລະນາຄືນ ” ແຫຼ່ງເງິນອຸປະຖຳຂອງສະຫະລັດອາເມຣິກາ ໃຫ້ແກ່ ສປຊ ຍ້ອນມີການ “ ຜິດດ່ຽງກັນຫຼາຍ ” ກ່ຽວກັບຈຳນວນເງິນອຸປະຖຳ ຂອງບັນດາປະເທດສະມາຊິກ.
ປັດຈຸບັນ ອາເມຣິກາ ແມ່ນປະເທດອຸປະຖຳໃຫຍ່ສຸດຂອງ ສປຊ. ຂະນະທີ່ ສປຊ ຍັງບໍ່ທັນມີປະຕິກິລິຍາ ກ່ຽວກັບການກະທຳຂອງ ທ່ານ ໂດນັນ ທຣຳ.